ຢ່າ​ຖຽງ​ກັບຜູ້​ອື່ນ​ເລື້ອຍໆ
2014-10-10 11:12:13  cri 

ທຸກ​ຄົນ​ກໍ່​ມີ​ເຫດຜົນ​ຂອງ​ຕົນ, ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​​ໃຫ້​ຜູ້​ອື່ນ​ຄຶດ​ຄື​ກັນ​ກັບ​ເຮົາ​ເອງ​ໝົດ. ຖຽງ​​ກັບ​ພໍ່​ແມ່​ພີ່ນ້ອງ​, ​ເຮົາ​ຖຽງ​ຊະນະ​ແລ້ວ, ຄວາມຮັກ​ແພງ​ກັນ​ໃນ​ຄອບຄົວ​ພັດ​ຈືດຈາງ​ລົງ, ຖຽງ​ກັບຄົນ​ຮັກ, ​ເຮົາ​ຖຽງ​ຊະນະ​ແລ້ວ, ຄົນຮັກ​ພັດ​ອາດ​ຈະ​ລາ​ຈາກ​ເຮົາ​ໄປ​, ຖຽງ​ກັບ​ໝູ່​ເພື່ອນ, ​ເຮົາ​ຖຽງ​ຊະນະ​ແລ້ວ, ມິດຕະພາບ​ພັດ​ຈະ​ເສຍ​ໄປ. ​ສິ່ງ​ທີ່​ເຮົາ​ຖຽງ​ນັ້ນ ອາດ​ຈະ​ແມ່ນ​ເຫດຜົນ, ​ແຕ່​ສິ່ງ​ທີ່​ເສຍ​ໄປ​ນັ້ນ, ພັດ​ແມ່ນ​ຄວາມ​ຮັກ​ແພງ, ສ່ວນ​ຜູ້​ຖືກ​ທຳຮ້າຍ​ນັ້ນ, ອາດ​ຈະ​ແມ່ນ​ເຮົາ​ເອງ. ສະ​ນັ້ນ, ​ເຮົາ​ບໍ່​ຄວນ​ຖຽງ​ກັບ​ຜູ້​ອື່ນ​ເລື້ອຍໆ. ບໍ່​ໃຊ້​ມາດ​ຕະຖານ​ສູງ​ໂພດ​ຕໍ່​ຜູ້​ອື່ນ, ​ແລະ​ກໍ່​ບໍ່​ໃຊ້​ມາດຕະຖານ​ສູງ​ໂພດ​​ໃສ່​ຕົວ​ເອງ.

ບົນ​ເສັ້ນທາງ​ຊີວິດ, ​ເມື່ອຍ​ພົບ​ພໍ້​ສິ່ງ​ກີດຂວາງ, ​ເຮົາ​ກໍ່​ຍ່າງ​ອ້ອມ​ໄປ. ​ເມື່ອພົບ​ບັນຫາ​ຫຍັງ​ທີ່​ແກ້​​ໄຂ​ບໍ່​ໄດ້, ​ເຮົາ​ກໍ່​ພະຍາຍາມ​ລືມ​ມັນ​ໄປ. ​ເມື່ອ​ພົບ​ເລື່ອງ​ຫຍັງ​ທີ່​ຍາກຫຼາຍ, ​ເຮົາ​ກໍ່​ປ່ອຍ​ມັນ​ໄປ, ​ເມື່ອ​ວາດ​ສະໜາ​ບໍ່​ອຳນວຍ, ​ເຮົາ​ກໍ່​ໃຫ້​ຄົນ​ນັ້ນ​ ກໍ່​ຄື​ເຮົາ​ເອງ ​​ລາ​ກັນ​​ໄປ​ຢ່າງ​ຕາມ​ໃຈ. ​ເຮັດ​ເປັນ​ແບບ​ນີ້​ແລ້ວ, ທ່ານ​ອາດ​ຈະ​ໄດ້​ຮັບ​ຄວາມສຸກ​ສະບາຍ​ໃຈຫຼາຍກວ່າ​ໃນ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ