ບາງ​ຄົນ​ດຳລົງ​ຊີວິດສະບາຍຫຼາຍ, ​ບາງ​ຄົນ​ດຳລົງ​ຊີວິດ​ເມື່ອຍຫຼາຍ
2014-10-10 11:15:42  cri 

ໃນ​​ໂລກ​ນີ້, ​ບາງ​ຄົນ​ດຳລົງ​ຊີວິດສະບາຍຫຼາຍ, ​ບາງ​ຄົນ​ດຳລົງ​ຊີວິດ​ເມື່ອຍຫຼາຍ. ຖ້າ​ຄົນຜູ້​ໜຶ່ງຢາກ​ເປັນ​ຄົນ​ທີ່ອາ​ໄສ​ຕົວ​ເອງ, ມີ​ຄວາມຮັບຜິດຊອບ, ​ເຮັດ​ຫຍັງ​ກໍ່​ຕັ້ງ​ໃຈ, ລາວ​​ຈະ​​​ເມື່ອຍກວ່າ​ຜູ້​ອື່ນ​ຢ່າງ​ແນ່ນອນ. ຖ້າໂລກ​ນີ້​ມີ​ຄົນ​ແບບ​ນີ້ຫຼາຍກວ່າຄື​ຊິ​ດີ, ​​ເພາະວ່າ, ຄົນ​​ແບບ​ນີ້​​ເປັນຄົນ​ທີ່​ມີຫຼັກການ, ​​ເພິ່ນ​ຍອມ​ສະຫຼະຫຼາຍກວ່າ​ຜູ້​ອື່ນ, ​ເຖິງ​ວ່າ​ບາງທີ​ອາດ​ຈະ​ບໍ່​ມີຄ່າ​ຕອບ​ແທນກໍ່ຕາມ. ສຳ​ລັບຄອບຄົວ​, ບໍລິສັດ​ແລະ​ອົງການ​ຕ່າງໆ, ມີ​ຄົນ​ແບບ​ນີ້ຫ, ກໍ່​ແມ່ນ​ໂຊກ​ດີ, ​ຄອບຄົວ​ຈະ​ມີ​ຄວາມສຸກ, ວຽກ​ງານ​ ທຸລະ​ກິດຂອງ​ບໍລິສັດ​ແລະ​ອົງການ​ຕ່າງໆກໍ່​ຈະ​ໄດ້​ຮັບ​ຜົນສຳ​ເລັດຫຼາຍກວ່າ. ​ຄົນ​ແບບ​ນີ້, ​​ເຖິງ​ຈະມີ​ແຮງ​ກົດ​ດັນ​ຫຼາຍ ກໍ່ບໍ່​ມັກ​ເວົ້າ​ສູ່​ຜູ້ອື່ນຮູ້, ​ຄົນ​ຢູ່ຂ້າງ​ກໍ່​ເບີ່​ງບໍ່​ອອກ, ​ແຕ່​ທີ່​ຈິງ​ແລ້ວ​, ​ເປັນ​ຄົນ​ແບບ​ນີ້​​ເມື່ອຍຫຼາຍ, ສະ​ນັ້ນ, ຖ້າວ່າ​​ໃນ​ຄອບ​ຄົວ​ແລະ​ບ່ອນ​ເຮັດ​ວຽກ​ຂອງ​ທ່ານ​ ກໍ່​ມີ​ຄົນ​ແບບ​ນີ້, ຂໍ​ໃຫ້​ທ່ານ​ຈົ່ງ​ຖະໜອມ​ຫວງ​ແຫນ​ເພິ່ນ, ​ເອົາ​ໃຈ​ໃສ່​ເພິ່ນ, ​ແບ່ງ​ເບົາ​ໜ້າ​ທີ່​ວຽກ​ງານ​ໜ້ອຍ​ໜຶ່ງໃຫ້​ເພິ່ນ, ​​​ໃຫ້​ກຳລັງ​ໃຈ​ແກ່​ເພິ່ນ, ​ເພື່ອ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມໝັ້ນ​ໃຈ​ເພື່ອ​ກ້າວ​ໄປໜ້າ, ສືບ​ຕໍ່​ເປັນ​ຄົນ​ທີ່ມີ​ຄວາມຮັບຜິດ​ຊອບ​ແລະຄວາມຈິງ​ໃຈ, ​ເຊິ່ງ​ກໍ່​ແມ່ນ​ໂຊກ​ຢ່າງ​ໜຶ່ງ​ສຳລັບ​ທ່ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ