ທ່ານ​ຫຼີ​ເຄີ້ສຽງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 9
2014-11-14 08:32:03  cri 

ຕາມ​ຂ່າວCRI: ຕອນ​​ເຊົ້າ​ວັນ​ທີ 13 ພະຈິກ​ນີ້, ​ໃນ​ເວລາທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ເຂົ້າ​, ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ຂອງ​ອາຊີ​ຕາ​ເວັນ​ອອກໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 9 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ເນ​ປີ​ດໍຂອງ​ມຽນມາ.



​​ໂອກາດ​ການ​ກ່າວ​ຄຳ​ປາ​ໄສ, ທ່ານ​ຫຼີ​ເຄີ້ສຽງ​ໄດ້​ຊີ້​ອອກ​ວ່າ, ຝ່າຍ​ຕ່າງໆ​ຄວນ​ຊຸກຍູ້ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ເຊື່ອມ​ໂຍງ​ເຂົ້າກັນ, ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ສຸມ​ໃສ່ຊຸກຍູ້​ການ​ຮ່ວມ​ມື​ໃນ 6 ຂົງ​ເຂດ​ໃຫຍ່ : ໜຶ່ງ, ຊຸກຍູ້​ໃຫ້ການ​ລົງທຶນ​​ແລະການ​ຄ້າ​ຢູ່​ອາຊີ​ຕາ​​ເວັນ​ອອກ​ມີ​ຄວາມ​ສະດວກ , ສອງ, ​ເລັ່ງລັດ​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ຕາ​ເວັນ​ອອກ, ສາມ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານການ​ທະນາຄານ​ຢູ່​ອາຊີ​ຕາ​ເວັນ​ອອກ, ສີ່, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ອາຊີ​ຕາ​ເວັນ​ອອກ , ຫ້າ, ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ຂອງ​ອາຊີ​ຕາ​ເວັນ​ອອກ​ແລະ ຫົກ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ດ້ານ​ວັດທະນະທຳຂອງ​ອາຊີ​ຕາ​ເວັນ​ອອກ.

 


ທ່ານຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ, ຈີນ​ແມ່ນ​ກຳລັງ​ປ້ອງ​ກັນ​ສັນຕິ​ພາບແລະສະ​ເຖຍລະ​ພາບ​ຢູ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈະຍຶດໝັ້ນ​​ເດີນ​ຕາມ​ເສັ້ນທາງພັດທະນາ​​ໂດຍ​ສັນຕິ​ຢ່າງ​​ເດັດດ່ຽວ, ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ຂອງ​ພາກ​ພື້ນນີ້, ສ້າງ​ຄູ່​ຮ່ວມຜົນ​ປະ​ໂຫຍ​ດ, ຄູ່​ຮ່ວມ​ຄວາມ​ຮັບຜິດຊອບ​ແລະ​ຄູ່​ຮ່ວມ​ຊະ​ຕາຂອງ​ອາຊີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ