​ເຫດການ​ຍົນ​ຕົກ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ພາ​ໃຫ້​ທົ່ວ​ໂລກ​ຕົກສະ​ເງີ້
2014-12-10 10:51:44  cri 
ວັນ​ທີ 8 ມີນາ 2014, ຍົນ MH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ຈາກ​ກົວ​ລະ​ລຳ​ເບີ​ບິນ​ໄປ​ນະຄອນຫຼວງ​ປັກ​ກິ່ງ, ​ເມື່ອ​ໄດ້​ຂຶ້ນ​ບິນ​ບໍ່​ດົນ, ກໍ່​ບໍ່​ໄດ້​ຕິດ​ຕໍ່​ກັບ​ໜ້າດິນ​ເລີຍ. ​ໃນ​ຍົນ​ດັ່ງກ່າວ​ມີ​ທັງ​ໝົດ 239 ຄົນ. ມີ 26 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການ​ຊອກ​ຫາ​ຍົນ​ທີ່​ຫາຍ​ສາບ​ສູນຢູ່​ມະຫາ​ສະໝຸດ​ປາ​ຊີຟິກ​ແລະ​ມະຫາ​ສະໝຸດ​ອິນ​ເດຍ, ຈົນ​ຮອດ​ປັດຈຸບັນ​ຍັງ​ບໍ່​ທັນ​ຊອກ​ເຫັນ​ຍົນ​ທີ່​ເກີດ​ອຸບັດ​ເຫດ. ວັນ​ທີ 17 ກໍລະກົດ, ຍົນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ບິນ​ອອກຈາກ​ອຳ​ສ​ແຕຕັນ​ຂອງ​ໂຮນລັງ ໄປ​ສູ່​ນະຄອນຫຼວງ​ກົວ​ລະ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໄດ້​ຕົກ​ຢູ່​ເຂດ​ຊາຍ​ແດນ​ຂອງ​ພາກ​ຕາ​ເວັນ​ອອກ​ອູ​ແກຼນທີ່​ໃກ້​ກັບຣັດ​ເຊຍ, 298 ຄົນ​ໃນ​ຍົນ​ນັ້ນ​ເສຍ​ຊີວິດ​ໝົດ. ວຽກ​ງານ​ສຳ​ຫວດ​​ເຫດການ​ເທື່ອ​ນີ້​ໄດ້​ປະສົບ​ຄວາ​ມຫຍຸ້ງຍາກ​ຍ້ອນ​ເສິກ​ກາງ​ເມືອງ​ອູ​ແກຼນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ