ລັດຖະບານ​ຟິລິບ​ປິນກັບ​ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ທີ່​ໃຫຍ່​ທີ່​ສຸດ​ເຊັນ​ສັນຍາ​ສັນຕິພາບ​ຮອບດ້ານ
2014-12-10 10:56:38  cri 
    ວັນ​ທີ 27 ມີນາ​ນີ້, ລັດຖະບານ​ຟິລິປິ​ນ​ກັບ​ແນວ​ໂຮມ​ປົດ​ປ່ອຍ​ອິສລາມ​ໂມ​ໂລ ​ທີ່​ເປັນກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຟິລິບ​ປິນ​ໄດ້​ເຊັນ​ສັນຍາ​ສັນຕິພາບ​ຮອບດ້ານ​ຢູ່​ນະຄອນຫຼວງ​ມາ​ນີລາ, ​ເພື່ອ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ທີ່​ຍືດ​ເຍືອມາ​ເປັນ​ເວລາ​ຫຼາຍ​ສິບ​ປີຢູ່​ເກາະ​ມິນ​ດານາວ​ທີ່​ພາກ​ໃຕ້​ຂອງ​ຟິລິບ​ປິນ. ສັນຍາ​ດັ່ງກ່າວ​ຈະ​ກາຍ​ເປັນ​ພື້ນຖານ​ຂອງ​ການວາງ"ກົດໝາຍ​ພື້ນຖານ​ຂອງ​ບົງ​ຊາ​ໂມລາ", ​ເພື່ອ​ປູ​ທາງ​ໃຫ້​ແກ່ຊາວ​ມຸສລິ​ມຟິລິິ​ປິນ​​ສ້າງ​ອົງ​ກອນ​ການ​ເມືອງ​ເຄິ່ງປະ​ເທດ​ທີ່​ຊື່ວ່າ " ບົງ​ຊາ​ໂມ​ໂລ " ຢູ່​​ເຂດ​ຈຳນວນ​ໜຶ່ງຂອງ​ເກາະ​ມິນ​ດາ​ໜາວ​, ​ເປັນ​ການ​ເຂົ້າ​ແທນ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ມຸສລິ​ມມິນ​ດາ​ນາວ​ໃນ​ປັດຈຸບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ