ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ-ອາ​ຊຽນຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ຮາ​ວາຍ
2014-12-10 10:59:23  cri 
ວັນ​ທີ 1 ຫາ​ວັນ​ທີ 3 ​ເມສາ​ປີ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ລັດ​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ, ທ່ານ​ຊັກ ຮາ​ເກ​ວ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ເປັນ​ປະທານ​ຈັດ​ກອງ​ປະຊຸມ, ຫົວ​ຂໍ້​ຕົ້ນຕໍ​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບຈະ​ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຊ່ວຍ​ເຫຼືອແບບ​ມະນຸດສະທຳ​ແລະການ​ກູ້ໄພ​​ໃນ​ອະນາຄົດ​ແນວ​ໃດ. ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ກ່າວ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ປະຫວັດສາດ, ​ຊຶ່ງໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຖານະຄວາມ​ສຳຄັນ​ຂອງ​ເຂດ​ອາຊີ​ປາຊີ​ຟິກ​ໃນ​ການ​ເຕີບ​ໂຕ​​ທາງ​ດ້ານເສດຖະກິດ​ແລະ​ຍຸດ​ທະ​ສາດ​ດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ