ຫວຽດນາມຍົກ​ເລີກ​ການ​ເປັນ​ເຈົ້າພາບຈັດ​ງານ​ກິລາ​​ເອຊຽນ​ເກ​ມຄັ້ງ​ທີ 18 ​ໃນ​ປີ 2019
2014-12-10 15:13:04  cri 
   ວັນ​ທີ 17 ​ເມສາ​ນີ້, ທ່ານຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມ​ປະກາດ​ວ່າ, ຫວຽດນາມ​ຍົກ​ເລີກ​ການ​ເປັນ​ເຈົ້າພາບຈັດ​ງານ​ກິລາ​​ເອຊຽນ​ເກ​ມຄັ້ງ​ທີ 18 ​ໃນ​ປີ 2019, ສາ​ເຫດ​ແມ່ນ​ຍ້ອນ​ວ່າ​ຫວຽດນາມຍັງ​ຂາດ​ບົດຮຽນ​ທີ່​ຈັດການ​ແຂ່ງຂັນ​ຂະໜາດ​ໃຫຍ່, ຫວຽດນາມ​ຍັງ​ບໍ່​ທັນ​ໄດ້​ກຽມພ້ອມ​ຕໍ່​ການ​ເປັນ​ເຈົ້າພາບຈັດ​ງານ​ກິລາ​ເອຊຽນ​ເກ​ມມາ​ກ່ອນ. ວັນ​ທີ 20 ກັນຍາ​ປີ​ນີ້, ສະພາ​ມົນຕີ​ກິລາ​ໂອ​ລິ​ມປິກ​ອາຊີ​​ໄດ້ຈັດ​ກອງ​ປະຊຸມ, ​​ໂດຍໄດ້​ຜ່ານການ​ຮັບຮອງ​ຄຳ​ຮ້ອງ​ຂໍ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່ຈະ​ເປັນ​ເຈົ້າພາບ​ແທນ​ຫວຽດນາມ​ຈັດ​ງານ​ກິລາ​​ເອຊຽນ​ເກ​ມຄັ້ງ​ທີ 18 ​ໃນ​ປີ 2019, ​ແລະ​ໄດ້​ຕົກລົງ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ