ອາ​ເມ​ລິ​ກາ​ແລະ​ຟິລິບ​ປິນ​ເຊັນ "ສັນຍາ​ວ່າ​ດ້ວຍ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ປະ​ເທດ"
2014-12-11 14:42:56  cri 
    ວັນ​ທີ 28 ​ເມສາ 2014, ຢູ່​ນະຄອນຫຼວງມາ​ນີລາ, ທ່ານ​ໂວ​ນທາຍ​​ເລ ກັສມິນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນ ກັບ​ທ່ານ​ຟິລິບ ​ໂກດ​ເບີກ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຟິລິບ​ປິນ ​ໄດ້​ເຊັນ "ສັນຍາ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ປະ​ເທດ" ທີ່​ມີ​ເວລາ​ກຳນົດ 10 ປີ. ອີງ​ຕາມ​ສັນຍາ​ສະບັບ​ນີ້, ຟິລິບ​ປິນຈະ​ອະນຸຍາດ​​ໃຫ້ທະຫານ​ອາ​ເມ​ລິ​ກາ​ສ້າງສິ່ງ​ກໍ່ສ້າງ​ດ້ານ​ການ​ທະຫານ​ຢູ່​ເຂດ​ທີ່​ກຳນົດ​ໄວ້ ຫຼື ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ, ກອງທັບ​ອາ​ເມ​ລິ​ກາສາ​ມາດ​ຈັດ​ວາງ​ອາວຸດ​ຍຸດ​ໂທ​ປະກອນ​, ວັດສະດຸ​ລຳລຽງ ​ແລະ​ວັດສະດຸ​ຊ່ອຍ​ເຫຼືອ​ແບບ​ມະນຸດສະທຳຢູ່​ຟິລິບ​ປິນລ່ວງ​ໜ້າ, ໝາຍ​ຄວາມ​ວ່າ, ອາ​ເມ​ລິ​ກາສາ​ມາດ​ນຳ​ໃຊ້​ຖານ​ທັບ, ທ່າ​ກຳ​ປັ່ນ​ແລະ​ສະໜາມ​ບິນ​​ໃຊ້​ໃນ​ການ​ທະຫານ​ຂອງ​ຟິລິບ​ປິນຢ່າງ​ຄ່ອງ​ແຄ້ວ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ