ຫວຽດນາມ-​ຈີນ​ເຫັນ​ດີ​​ແກ້​ໄຂ​ບັນຫາ​ທາງ​ທະ​ເລ​ຢ່າງ​ເໝາະ​ສົມ
2014-12-11 14:43:43  cri 
ວັນ​ທີ 2 ພຶດສະພາ 2014, ກຳ​ປັ່ນ​ຂອງ​ຫວຽດນາມ​ເລີ່​ມດຳ​ເນີນ​ການ​ບຸກ​ເຂົ້າ​ເຂດ​ທະ​ເລ​ດຳ​ເນີນ​ງານ​ຂອງ​ແທ່ນ​ຂຸດ​ເຈາະ​ນ້ຳມັນ​ເຊື້ອ​ໄຟ 981 ຂອງ​ຈີນ​ທີ່​ກຳລັງ​ດຳ​ເນີນ​ງານ​ຢູ່​ເຂດ​ໃກ້​ກັບ​ໝູ່​ເກາະ​ຊີ່​ຊ່າ, ຫຼັງຈາກ​ນັ້ນ, ຢູ່​ໃນ​ປະ​ເທດ​ຫວຽດນາມ ​ໄດ້​ເກີດ​ເຫດການ​ຈະລາຈົນ​ທີ່​ຕໍ່ຕ້ານ​ປະ​ເທດ​ຈີນ, ການ​ພົວພັນ​ຈີນ-​ຫວຽດນາມ​ໄດ້​ຖືກ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ. ວັນ​ທີ 27 ສິງ​ຫາ 2014, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສົ່ງ​ທູດ​ພິ​ເສດ​​ໄປຍັງ​ນະຄອນຫຼວງປັກ​ກິ່ງ​ເພື່ອ​ດຳ​ເນີນ​ການ​ພົບ​ປະ​ຂັ້ນສູງ​ລະຫວ່າງ​ພັກ​ກຳ​ອຳນາດ​ຂອງ​ສອງ​ປະ​ເທດ​ຈີນ-​ຫວຽດນາມ. ຫຼັງຈາກ​ນັ້ນ, ສອງປະ​ເທດ​ໄດ້​ດຳ​ເນີນ​ການ​ພົບ​ປະກັນຫຼາຍ​ເທື່ອ, ​ແລ້ວ​ເຫັນ​ດີ​ໃຫ້​ແກ້​ໄຂ​ບັນຫາ​ທາງ​ທ​ະ​ເລ​ຢ່າງ​ເໝາະ​ສົມ​ໂດຍ​ອີງ​ຕາມ​ຈິດ​ໃຈ​ຂອງ​ສັນຍາ​ແລະ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ແລະ​ກ່ຽວຂ້ອງ​ລະຫວ່າງ​ສອງ​ຝ່າຍ. ວັນ​ທີ 10 ພະຈິກ 2014, ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈິ້ນຜິ​ງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຈືອງ​ເຕີນ​ຊັງ ປະທານ​ປະ​ເທດ​ຫວຽດນາມ​ໃນ​ໂອກາດ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ອາ​ເປັກ, ​ໂດຍ​ກ່າວ​ວ່າ, ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ, ​ເພື່ອ​ບູລະນະ​ທ່າ​ຂະຫຍາຍ​ໃນ​ທາງ​ທີ່​ດີ​ຂອງ​ການ​ພົວພັນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ