ອຸປະຕິ​ເຫດ​ຍົນ​ຕົກຂອງ​ລາວ​ເຮັດ​ໃຫ້​ຜູ​ນຳ​ຄົນສຳຄັນ 4 ຄົນ​ປະສົບ​ເຄາະ​ຮ້າຍ
2014-12-11 14:44:40  cri 
ວັນທີ 17 ພຶດ​ສະພາ​ຜ່ານ​ມາ​ນີ້, ຍົນ​ທະຫານ​ລຳ​ໜຶ່ງ​ໄດ້ຕົກຢູ່​ແຂວງ​ຊຽງ​ຂວາງ, ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ລາວ, ​ເຊິ່ງ​ໃນ 17 ຄົນ​ທີ່ຢູ່​ໃນ​ຍົນລຳ​ດັ່ງກ່າວ​ນີ້, ມີ​ແຕ່ 3 ຄົນ​ລອດ​ຊີວິດ​ໄດ້. ຜູ້​ປະສົບ​ເຄາະ​ຮ້າຍ​ລວມມີ​ທ່ານດວງ​ໃຈ ພິຈິດ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ທອງ​ບັນ​ແສງ ອາພອນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ສຸ​ກັນ​ມະຫາລາດ, ​​ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ​ແລະ​ທ່ານ​ເຈືອງ ສົມບຸນ​ຂັນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ. 4 ທ່ານ​ດັ່ງກ່າວ​ມີ​ແຜນການຈະ​ເດີນ​ທາງ​ໄປແຂວງ​ຊຽງ​ຂວາງ​ເພື່ອ​​ເຂົ້າ​ຮ່ວມ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກອງ​ພັນທີ 2 ຂອງ​ກອງທັບປະຊາຊົນ​ລາວຄົບຮອບ 55 ປີ. ຜົນ​ການສຳ​ຫຼວດ​ເບື້ອງ​ຕົ້ນ​ໄດ້​ລາຍ​ງານ​ໃຫ້​ຮູ້ວ່າ, ສາ​ເຫດ​ຂອງອຸປະຕິ​ເຫດ​ຄັ້ງ​ນີ້​ອາດ​ຈະ​ແມ່ນ​ຍ້ອນ​ຄວາມ​ຜິດພາດ​ທາງ​ດ້ານວິຊາ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ