ກອງທັບ​ໄທຍຶດອຳນາດ​ລັດຖະບານ
2014-12-11 14:58:40  cri 
ວັນ​ທີ 22 ພຶກ​ສະພາ​ຜ່ານ​ມາ​ນີ້, ທ່ານປຣະຢຸດ ຈັນ​ໂອຊາ, ຜູ້ບັນຊາ​ການກອງທັບ​ບົກ​ໄທ​ໄດ​ປະກາດ​ກໍ່​ການ​ລັດຖະປະຫານ​ທາງ​ການ​ທະຫານຂຶ້ນ, ພ້ອມ​ປະກາດ "ຢຸດຕິ​ລັດຖະທຳ​ມະນູນ​ເປັນການ​ຊົ່ວຄາວ", ​ຍຸບ​ລັດຖະບານ​ຮັກສາ​ການ​ຂອງ​ທ່ານ​ນາງຍິ່ງ​ລັກ​ຊິນນະ​ວັດ, ​ແລະ​ສ້າງ​ຕັ້ງ​ຄະນະ​ຮັກສາ​ຄວາມ​ສະຫງົບ​​ແຫ່ງ​ຊາດໄທ​ໂດຍ​ມີ​ຕົນ​ເອງ​ເປັນ​ຜູ້​ຮັບຜິດຊອບ​ລວມ, ​ເຊິ່ງ​ໄດ້​ສິ້ນ​ສຸດ​ສະຖານະ​ການທີ່​ຮຸນ​ແຮງ​ພາຍຫຼັງທີ່​ໄດ້​ດຳ​ເນີນມາ​​ເປັນ​ເວລາ​ເຄິ່ງປີ​. ວັນ​ທີ 26 ພຶກ​ສະພາ​ຜ່ານ​ມາ​ນີ້, ທ່ານປຣະຢຸດ​ໄດ້​ຮັບພະ​ລາຊະ​ອົງການ​ຈາກພະ​ມະຫາ​ກະສັດ​​ໄທ​​ໂດຍ​ໄດ້​ອະນຸມັດ​ໃຫ້​ທ່ານ​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານຄະນະ​ຮັກສາ​ຄວາມ​ສະຫງົບ​​ແຫ່ງ​ຊາດໄທ. ວັນ​ທີ 25 ສິງຫາຜ່ານ​ມາ​ນີ້, ທ່ານປຣະຢຸດ​ໄດ້​ຮັບ​ລາຊະ​ອົງການ​ຈາກພະ​ມະຫາ​ກະສັດ​​ໄທ​​ໂດຍ​ອະນຸມັດ​ໃຫ້​ທ່ານ​ດຳລົງ​ຕຳ​ແໜ່ງ​ເປັນ​​ນາຍົກລັດຖະມົນຕີໄທຜູ້ທີ 29 .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ