ທ່ານ​ໂຈ​ໂກ ວິ​ໂດ​ໂດ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີຄົນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ
2014-12-11 15:05:48  cri 
ວັນ​ທີ 22 ກໍລະກົດ​ປີ​ນີ້, ຄະນະ​ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ວ່າ, ທ່ານ​ໂຈ​ໂກ ວິ​ໂດ​ໂດ, ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ, ​ເຈົ້າ​ແຂວງ​ແຂວງ​ຈາ​ກາ​ຕາຂອງ​ອິນ​ໂດ​ເນ​ເຊຍ​ ​ໄດ້​ຊະນະ​ໃນ​ການເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊ​ຍ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 9 ກໍ​ລະ​ກົດ​ປີ​ນີ້ ດ້ວຍຄະ​ແນນ​ສຽງ​ສະໜັບສະໜູນ 53,1%. ວັນ​ທີ 20 ຕຸລາ​ປີ​ນີ້, ທ່ານ​ໂຈ​ໂກ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕໍາ​ແໜ່​ງ ​ໂດຍ​ເຂົ້າແທນ​ທ່ານຊຸ​ຊີ​ໂລ ບໍາບັງ ຢຸດ​ໂຮ​ໂຢ​ໂນ ​ແລະ​ກາຍ​ເປັນ​ປະທານາທິບໍດີ​ຄົນທີ 7 ຫຼັງ​ຈາກ​ອິນ​​ໂດ​ເນ​ເຊຍ​ເປັນ​ເອກະລາດ​ມາ​ນີ້. ທ່ານ​ໂຈ​ໂກ​ກໍ​ເປັນ​ປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ​ຄົນ​ທໍາ​ອິດ​ທີ່​ເກີດ​ຢູ່​ໃນ​ຄອບຄົວຂອງ​ປະຊາຊົນ​ຊັ້ນ​ຄົນ​ທໍາ​ມະ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ