ພັກ​ຝ່າ​ຍຄ້ານ​ກໍາປູ​ເຈຍ​ຢຸດຕິ​ການ​ຕໍ່ຕ້ານ​​ແລະ​​ເປັນສ່ວນ​ຮ່ວມ​ຂອງ​ລັດຖະສະພາ​
2014-12-11 15:07:28  cri 
ວັນ​ທີ 22 ກໍລະກົດ​ປີ​ນີ້, ຫຼັງ​ຈາກ​ໄດ້​ພົບ​ປະ​ເຈລະຈາ​ຢູ່​ນະ​ຄອນຫຼວງ​ພະນົ​​ມ​ເປັນ​ຂອງ​ກໍາປູ​ເຈຍ​ແລ້ວ, ທ່ານ​ຮຸນ​ເຊັນ, ນາຍົກລັດຖະມົນຕີ, ຮອງ​ປະທານ​ພັກ​ປະຊາຊົນ​ທີ່ກໍາ​ອໍານາດຂອງ​ກໍາປູ​ເຈຍ ​ແລະທ່ານສໍາ​ລັງສີ, ປະທານ​ພັກ​ກູ້​ຊາດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ກໍາປູ​ເຈຍ ​ໄດ້​ປະກາດ​ວ່າ, ພັກ​ກູ້​ຊາດຈະ​ຢຸດຕິ​ການ​ກະທໍາຄັດຄ້ານທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ​ເກືອບ 1 ປີ ​ແລະ​ຈະ​ເປັນ​ສ່ວນ​ຮ່ວມ​ຂອງ​ລັດຖະສະພາ ​ເພື່ອຮ່ວມ​ກັບ​ພັກ​ປະຊາຊົນ​ໃນ​ການ​ບໍລິຫານ​ປະ​ເທດ. ວັນ​ທີ 5 ສິງຫາ​ນີ້, ສະມາ​ຊິກສະພາຄົນ​ໃໝ່ 55 ທ່ານ​ຂອງ​ພັກ​ກູ້​ຊາດ​ໄດ້ສາບານ​ຕົວ​ຂຶ້ນ​ຮັບ​ຕໍາ​ແໜ່​ງຕໍ່​ສົມ​ເດັດ​ໂນ​ໂຣດົມ ສິຮາ​ໂມ​ນີ, ​ເຈົ້າ​ຊີວິດ​ກໍາ​ປູ​ເຈຍ. ຈາກ​ນີ້, ສະພາບ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ຂອງ​ສອງ​ພັກທີ່ຍ້ອນຜົນ​ການ​ເລືອກ​ຕັ້ງລັດຖະສະພາ​ໃນ​ວັນ​ທີ 28 ກໍລະກົດ​ປີ 2013 ນັ້ນ ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ