ຈີນ​ສະ​ເໜີ "​ແນວ​ຄວາມ​ຄິດ​ສອງວິທີ​ທາງ" (dual-track approach) ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້
2014-12-11 15:08:56  cri 
ວັນ​ທີ 9 ສິງຫາ, ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ປິ່ນ​ປ້ອມ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ໄດ້​ສະ​ເໜີ"​ແນວ​ຄວາມ​ຄິດ​ສອງວິທີ​ທາງ" ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້. ວັນ​ທີ 13 ພະຈິກ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຊີ້​ແຈງ"​ແນວ​ຄວາມ​ຄິດ​ສອງວິທີ​ທາງ"ຕື່ມ​ອີກ​ຢູ່​​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ, ​ໂດຍ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງຕົວ​ຈິງ, ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ປະຕິບັດ​ຕາມ​ຄວາມ​ຈິງ​ໃນ​ປະຫວັດສາດ, ກົດໝາຍ​ລະຫວ່າງ​ຊາດ​ແລະ​ຖະ​ແຫຼ​ງການ​​ແຫ່ງ​ການ​ປະພຶດຂອງບັນດາ​ຝ່າຍ​​ໃນ​ທະ​ເລ​ຈີນ​ໃຕ້, ​ແກ້​ໄຂ​ດ້ວຍ​ວິທີ​ປຶກສາ​ຫາລື​ແລະ​ເຈລະຈາ​ໂດຍ​ສັນຕິ, ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ທະ​ເ​ລຈີນ​ໃຕ້​ແມ່ນ​ໃຫ້​ຈີນ​ແລະ​ບັນດາປະ​ເທດ​ສະມາຊິກອາ​ຊຽນຮ່ວມ​ກັນ​ປົກ​ປັກ​ຮັກສາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ