ມາ​ເລ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວ​າມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
2014-12-11 15:09:47  cri 
ວັນ​ທີ 18 ຕຸລາ, ຢູ່​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​, ມາ​ເລ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສາມາ​ຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ປີ 2015-2016​ ດ້ວຍ​ຄະ​ແນນ​ສູງ​​ເຖິງ 187 ຄະ​ແນນ. ນີ້​ແມ່ນ​ເທື່ອ​ທີ​ 4 ທີ່​ມາ​ເລ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ. ​ໃນ​ໄລຍະ​ທີ່​ມາ​ເລ​ເຊຍ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ເທື່ອ​ນີ້, ມາ​ເລ​ເຊຍ​ຫວັງ​ຢາກ​ໝູນ​ໃຊ້​ບົດຮຽນ​ທີ່​ສຳ​ເລັດ​ຜົນ​ຂອງ​ປະ​ເທດ​ຕົນ​ເຂົ້າ​ໃນ​ວຽກ​ງານ​ສາກົນ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ພິ​ເສດ​ຂອງ​ຕົນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ