10ປະ​ເທດ​ອາຊຽນຈະ​ກາຍ​ເປັນ​ປະ​ເທດ​ປະດິດ​ສ້າງ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ
2014-12-11 15:19:52  cri 
ວັນ​ທີ24ຕຸລາ2014,​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ໄດ້​ຮັບ​ການ​ມອບ​ສິດ​ຂອງ​ຈີນ​ແລະ21ປະ​ເທດ​ສະມາຊິກທີ່​ເປັນ​ປະ​ເທດ​ງວດ​ທຳ​ອິດ​ທີ່​ມີ​ຄວາມ​ເຈຕະນາ,​​ເຊິ່ງລວມທັງ9ປະ​ເທດ​ອາຊຽນ​ໄດ້​​ເຊັນ​ສັນຍາ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,​ພ້ອມ​ກັນ​ຕົກລົງ​ຈະ​ສ້າງ​ຕັ້ງ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ.​ວັນ​ທີ25ພະຈິກ2014, ທ່ານ​ບຳບາງ ​ເປີ​ມາ​ດີ,​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອິນ​ໂດ​ເນ​ເຊຍ​ໄດ້​ຕາງໜ້າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເຊັນ​ບົດ​ບັນທຶກ​ກ່ຽວ​ກັບ​ກະກຽມການ​ສ້າງ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຢູ່ຈາ​ກາ​ຕາ,​​ ອິນ​ໂດ​ເນ​ເ​ຊຍກາຍ​ເປັນ​ປະ​ເທດ​ສະມາຊິກທີ22ທີ່​ມີ​ຄວາມ​ເຈຕະນາ​ສ້າງ​ທະນາຄານ​ດັ່ງກ່າວ.​ອົງການ​ພັດທະນາຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ອາຊີ​ທີ່​ສະ​ເໜີ​ສ້າງ​ຂຶ້ນ​ໂດຍ​ປະ​ເທດ​ຈີນ​ນັ້ນ​ຈະ​ເລີ່​ມ​ເຮັດ​ວຽກ​ກ່ອນ​ທ້າຍປີ2015,​ ​ໂດຍຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ເງິນ​​ແກ່​ປະ​ເທດ​ທີ່​ຂາດ​ເຂີນ​ເງິນ​ທຶນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ