ສັດນຳໂຊກ ແລະ ໂລໂກ ງານກິລາ ອຸດົມໄຊເກມ ຄັ້ງທີ X
2014-12-12 16:11:24  cri 
     ງານ​ມະຫາ​ກຳ​ກິລາ​ແຫ່ງຊາດທຸກ​ຄັ້ງ. ນອກຈາກຄະນະ​ກຳມະການ​ຈັດການ​​ແຂ່ງຂັນ​ຈະ​ກຳນົດປະ​ເພດ​ກິລາ ​ທີ່​ຈະ​ທຳ​ການ​ແຂ່ງຂັນ​ແລ້ວ ສິ່ງທີ່​ຂາດ​ບໍ່​ໄດ້​ນັ້ນຍັງຕ້ອງ​ແມ່ນ​ການກຳນົດ​ສັດ​ນຳ​ໂຊກ ​ແລະ ​ໂລ​ໂກທີ່​ເປັນ​ສີສັນ​ຂອງງານ.​ ທັງເປັນສັນຍາລັກ ທີ່ມີຄວາມໝາຍສຳຄັນແຂວງເຈົ້າພາບ. ແຕ່​ສຳລັບ ' ອຸດົມ​ໄຊ​ເກ​ມ '​ ​ເຈົ້າພາບ ​ໄດ້ກຳນົດ​ເອົາ​ມ້າ​ເງິນ- ມ້າຄຳ ​ເປັນສັດ​ນຳ​ໂຊກ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນຄື: ​ໂຕ​ມ້າ ​ເປັນ​ສັນຍາ​ລັກ​ເຖິງຄວາມ​ແຂງ​ແຮງ, ທົນ​ທານ, ວ່ອງໄວມີ​ຄວາມ​ສວຍງາມ ​ເປັນ​ສັດ​ຄູ່​ບ້ານ​ ຄູ່​ເມືອງຂອງປະຊາຊົນ ​ໃນ​ວິຖີ​ຊີວິດ​ປະຈຳ​ວັນ, ​ມ້າ​ເປັນ​ພາຫະນະ​ຮັບ​ໃຊ້​ ໃນ​ການ​ຂົນ​ສົ່ງລຳລຽງ​ສິນຄ້າ, ດ້ານ​ກິລາ ​ເປັນ​ສັດ​ປະ​ເພດໜຶ່ງທີ່​ຖືກ​ຈັດ​ເຂົ້າ​​ແຂ່ງຂັນ​​ ໃນ​ງານບຸນປະ​ເພນີ​ຂອງຊົນ​ເຜົ່າ ​ແລະ ສາກົນ.

    ​ໂລ​ໂກ ​ແມ່ນ​ໄດ້ກຳນົດ​ເອົາ​ພະທາດ​ລັດຕະນະ​ມິ່ງເມືອງ ​ທີ່​ເປັນ​ປູ​ສະ​ນິຍະສະ​ຖານ, ສະຖາປັດຕະຍະກຳ​ມໍລະດົກ​ທີ່​ເກົ່າ​ແກ່, ​ເປັນ​ພະທາດ​ທີ່​ສວຍງາມ ທັງເປັນ​ພະທາດຄູ່​ບ້ານ​ຄູ່​ເມືອງ, ​ເປັນ​ສະຖານ​ທີ່​ສັກ​ສິດ ​ເປັນ​ທີ່​ເຄົາລົບ​ບູຊາ​ຂອງຊາວ​ແຂວງອຸດົມ​ໄຊ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ