ທີ​ມສາວນະຄອນຫຼວງ​ ແລະ​ ປກສ ຍິງ​ຄູ່​ຕໍ່ສູ້​ເກືອບ 2 ​ໂຫຼ ​ເຕາະ​ບານ​ຍິງອຸດົມ​ໄຊ​ເກ​ມ
2014-12-13 18:22:44  cri 

ທີ​ມສາວ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ(ປກສ)ປະ​ເດີມ​ສະໜາ​ມ​ໄດ້​ຍິ່ງ​ໃຫຍ່​ສົມ​ສັກ​ສີ ​​ເມື່ອ​ໄລ່​ຖະຫຼົ່ມ​ຄູ່​ຕໍ່ສູ້(ຊຽງ​ຂວາງ ​ແລະ​ໄຊ​ຍະ​ບູລີ)​ໄປ​ແບບ​ບໍ່​ເຫັນ​ຝຸ່ນ​ລວມ​ເກືອບ 2 ​ໂຫຼ……ຂະນະ​ທີ່​ສຸພາ​ວັນ ​ໄພ​ວັນ ທີ​ມຊາດ​ຕົວ​ເກັ່ງ ຍິງ​ຊ່ວຍ​ນະຄອນຫຼວງ​ໄດ້​​ເຖິງ 6 ປະຕູ.
ການ​ແຂ່ງຂັນ​ເຕະບານ​ຍິງ ​ໃນ​ງານ​ມະຫາກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ​ໄດ້​ເປີດ​ສາກ​ຂຶ້ນ​ແລ້ວ ​ໃນ​ຕອນ​ເຊົ້າ​ວານ​ນີ້(8 ທັນວາ)ທີ່​ສະໜາມກິລາ​ແຂວງ​ອຸດົມ​ໄຊ ​ໂດຍ​ມີ​ການ​ລົງ​ສະໜາມ​ແຂ່ງຂັນ 2 ຄູ່, ​ໃນ​ນີ້ ຄູ່​ທີ່​ມວນ​ຊົນ​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ ​ແມ່ນ​ຄູ່​ລະຫວ່າງ​ນະຄອນຫຼວງ​ວຽງຈັນ ​ແລະ​ແຂວງ​ຊຽງ​ຂວາງ ​ເພາະ​ບໍ່​ຄາດ​ຄິດ​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ໄດ້​ເຖິງ​ພຽງ​ນີ້ ເຖິງ​ແມ່ນ​ວ່າ​ທີມນະຄອນຫຼວງ​ວຽງ​ຈັນຈະ​ມີ​ຕົວ​ຊ່ວຍ​ລະດັບ​ທີ​ມຊາດ​ເຖິງ 4 ຄົນ ປະກອບ​ມີ​ສຸພາ​ວັນ ​ໄພ​ວັນ ຫົວໜ້າ​ທີ​ມ, ນຸ້ມ ອ່າງ​ມະ​ຫົງ​ສາ, ມະນີ​ວັນ ບຸນ​ທັນ​ແລະ​ສຸດ​ດາວ​ຮຸ້ງ ພະ​ສີ​ລິ. ສ່ວນ​ຊຽງ​ຂວາງ​ແມ່ນ​ບໍ່​ມີ​ທີ​ມຊາດ​ແມ່ນ​ແຕ່​ຄົນ​ດຽວ.
​ເກ​ມການ​ແຂ່ງຂັນ​ໃນ​ເຄິ່ງ​ເວລາ​ທຳ​ອິດ​ຂອງ​ຄູ່​ດ່ຽວ​ກ່າວ​ນີ້,​ເຫັນ​ໄດ້​ວ່າ ​ເປັນ​ນະຄອນຫຼວງ​ວຽງ​ຈັນ​ທີ່​ໄດ້​ຄອງ​ບານ ​ແລະ​ບຸກຍິງ​ປະຕູ​ໄດ້​ຫຼາຍ​ກວ່າ​ເຖິງ 80 ​ເປີ​ເຊັນ ​ເພາະ​ອາ​ໄສ​ປະສົບ​ການ, ​ເຕັກນິກ​ແລະ​ທັກ​ສະ​ຂອງ​ນັກກີລາ​ທີ່​ເໜືອກ​ວ່າ. ສ່ວນ​ຊຽງ​ຂວາງ ຮູ້​ຕົວ​ວ່າ​ເປັນ​ຮອງ​ແນ່ນອນ​ແລ້ວ ຈຶ່ງ​ໄດ້​ຕັ້ງ​ຮັບ​ຈົນ​ສຸດ​ຄວາມ​ສາມາດ​ແລະ​ສ່ວນ​ກັບ​ໄວ​ເປັນ​ບາງ​ຄັ້ງ​ຄາວ ​ແຕ່​ກໍ່​ຢຸດ​ຄວາມ​ແຂງ​ແກ່ນ​ຂອງ​ສາວ​ນະຄອນຫຼວງ​ວຽງ​ຈັນ​ບໍ່​ໄດ້ ​ໂດຍ​ສະ​ເພາະ​ແມ່ນ ສຸພາ​ວັນ ​ໄພ​ວັນ ຕົວ​ເກັ່ງ​ທີ່​ສາມາດ​ຍິງ​ປະຕູ​ຊ່ວຍ​ທີ​ມ​ໄດ້​ເຖິງ ຕ ປະຕູ​​ໃນ​ນາທີໆ 1, 8, 14, 18, 26 ​ແລະ 39, ພ້ອມ​ກັນ​ນີ້, ມະນີ​ວັນ ບຸນ​ທັນ ຍິງ​ໄດ້ 4 ປະຕູ​ໃນ​ນາທີໆ 56, 72, 76 ​ແລະ 87; ກິ່ງ​ສະ​ຫວັນ ພະລາ ຍິງ​ໄດ້ 2 ປະຕູ​ໃນ​ນາທີ​ໆ 32 ​ແລະ 85; ຈາກ​ຈອ໋ນນີ ​ໄຊ​ຍະ​ສານ ຍິງ​ໄດ້​ໃນ​ນາທີໆ 2; ສຸ​ລັນ​ຍາ ລາດ​ສະ​ພົງ ຍິງ​ໄດ້​ໃນ​ນາທີໆ 34; ນຸ້ມ ອ່າງ​ມະ​ຫົງ​ສາ​ຍິງ​ໄດ້​ໃນ​ນາທີໆ 75 ​ແລະ​ໂບລິ້ງ ຫຼວງ​ຄີລີ ຍິງ​ນາທີໆ 81. ຈົບ​ເກ​ມ 90 ນາທີ ສາວ​ນະຄອນຫຼວງ​ວຽງ​ຈັນ​ເອົາ​ຊະນະ​ໄປ 16-0 ປະຕູ ​ເກັບ 3 ຄະ​ແນນ​ໄປ​ຄອງ​ຢ່າງ​ສະບາຍ. ສຳລັບ​ນັດ​ຕໍ່​ໄປ​ແມ່ນ​ຈະ​ພົບ​ກັບ​ທີ​ມຕົວ​ເຕັງ​ອີກ​ທີ​ມໜຶ່ງກໍ່​ຄື​ ປກສ ​ໃນ​ວັນ​ທີ 10 ທັນວາ​ນີ້ ​ເວລາ 8:00 ​ໂມງ. ສ່ວນ​ທີ​ມສາວ​ແຂວງ​ຊຽງ​ຂວາງ​ຈະ​ພົບ​ກັບ​ທີ​ມ ​ແຂວງ​ໄຊ​ຍະ​ບູລີ ​ໃນ​ວັນ​ທີ​ 12 ທັນວາ 2014 ​ເວລາ 8:00 ​​ໂມງ.
ຂະນະ​ດຽວ​ກັນ​ນີ້, ທີ​ມສາວ ປກສ ກໍ່​ໂຟຊອນ​ເກັ່ງ​ບໍ່​ໜ້ອຍ​ໜ້າ​ທີ​ມ ນະຄອນຫຼວງ​ວຽງ​ຈັນ ​ເມື່ອ​ສາມາດ​ໄລ່​ຖະຫຼົ່ມ ທີ​ມສາວ​ແຂວງ​ໄຊ​ຍະ​ບູລີ ​ໄປ 7-0 ປະຕູ ​ເກັບ 3 ຄະ​ແນນ​ໄປ​ຄອງ​ໄດ້​ສຳ​ເລັດ. ສຳລັບ​ນັດ​ຕໍ່​ໄປ ​ໄຊ​ຍະ​ບູລີ​ຈະ​ພົບ​ກັບ​ອຸດົມ​ໄຊ ​ເຈົ້າພາບ​ໃນ​ວັນ​ທີ 10 ທັນວາ 2014 ​ເວລາ 10:00 ​ໂມງ.
ນອກຈາກ​ນີ້,​ໃນ​ມື້​ດຽວ​ກັນ ຍັງ​ມີ​ການ​ແຂ່ງຂັນ​​ເຕະບານ​ຊາຍ 4 ຄູ່ ຜົນະ​ກົດ​ວ່າ ປກສ ສະ​ເໝີ​ໄຊ​ຍະ​ບູລີ 1-1 ປະຕູ, ອັດ​ຕະປື ຊະນະ​ ຫຼວງ​ນ້ຳ​ທາ 3 -0 ປະ​ຕູ, ຫຼວງ​ພະ​ບາງ ​ສະໝີ ຄຳ​ມ່ວນ 1-1 ປະຕູ ​ແລະ​ອຸດົມ​​ໄຊ ​ເຈົ້າພາບ ຖະຫຼົ່ມ ຜົ້ງ​ສາລີ 5-0 ປະຕູ.

(​ໂດຍ ດາວ​ໃໝ່ ລາຍ​ງານ​ຈາກ​ແຂວງ​ອຸດົມ​​​ໄຊ)
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ