ກະຊວງ​ພະລັງງານ-ບໍ່​ແຮ່ ຄວ້າ 2 ຫຼຽນຄຳ ກິລາ​ແລ່ນ-ລານ ອຸດົມ​ໄຊ ​ເກ​ມ
2014-12-13 18:29:05  cri 
ກະຊວງ​ພະລັງງານ-ບໍ່​ແຮ່​ຄວ້າ​ໄດ້ 2 ຫຼຽນ​ຄຳ……ຂະນະ​ທີ່​ນະຄອນຫຼວງ​ວຽງ​ຈັນ​ກໍ່​ຄວ້າ 2 ຫຼຽນ​ຄຳ​ເຊັ່ນ​ກັນ ​ໃນ​ການ​ແຂ່ງຂັນ​ກິລາ​ແລ່ນ-ລານ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້​ເມື່ອ​ວັນ​ທີ 9 ທັນວາ​ຜ່ານ​ມາທີ່​ສະໜາມກິລາ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ການ​ແຂ່ງຂັນ​ກິລາ​ແລ່ນ-ລານ​ຮອບ​ຊີງ​ຊະນະ​ເລີດ 8 ລາຍການ​ໃນ​ງານ​ມະຫາ​ກຳ​ກິລາ​​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ, ​ເຊິ່ງ​ໃນ​ນີ້, ນັກ​ກິລາ​ກະຊວງ​ພະລັງງານ-ບໍ່​ແຮ່ ສາມາດ​ຄວ້າ​ມາ​ໄດ້ 2 ຫຼຽນຄຳຈາກ​ທ້າວ​ອານຸສອນ​ ​ໄຊ​ສາ​ ປະ​ເພດ​ແລ່ນ 110 ​ແມັດ ຂ້າມ​ຮົ້ວ ​ແລະ​ ນາງ ​ແລ່ນ​ລີ້ ພຸດ​ທະ​ວົງ ປະ​ເພດ​ເຕັ້ນ 3 ກ້າວ. ສ່ວນ​ນະຄອນຫຼວງ​ວຽງ​ຈັນ ກໍ່​ບໍ່​ໜ້ອນ​ໜ້າ ຄວ້າ 2 ຫຼຽນ​ຄຳ​ໄດ້​ເຊັ່ນ​ກັນ ຈາກ​ນາງ​ ມັດ ຖິນມະ​ນາວ ປະ​ເພດ​ແກວ່ງ​ຄ້ອນ​ຍິງ ​ແລະ​ ນາງ ມະນີ​ວັນ ຈັນທະ​ວົງ ປະ​ເພດ​ແລ່ນ 100 ​ແມັດ​ຂ້າມ​ຮົ້ວ ພ້ອມ​ກັບ 1 ຫຼຽນ​ເງິນ​ຈາກ​ນາງ ນັກ ສີ​ຫາ​ລາດ ປະ​ເພດ​ແລ່ນ 100 ​ແມັດ​ຍິງ​ຂ້າມ​ຮົ້ວ ​ແລະ 3 ຫຼຽນ​ທອງ ຈາກ​ທ້າວ ວິລະ​ພົງ ຈະ​ເລີ​ນສັກ ປະ​​ເພດ​​ແກວ່ງ​ຄ້ອນ, ທ້າວ ສຸລິ​ສັກ ສະຫວັດດີ​ສິລິ​ມາ ປະ​​ເພດ​ແລ່ນ 100 ​ແມັດ​ຂ້າມ​ຮົ້ວ ​ແລະ ນາງ ລັດສະໝີ ປະ​ເພດ​ແກວ່ງ​ຄ້ອນ​ຍິງພ້ອມ​ດຽວ​ກັນ​ນີ້,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້ 1 ຫຼຽນ​ຄຳ ຈາກ​ທ້າວ ດວງ​ໃຈ ​ໄພ​ມະນີ ປະ​ເພດ​ເຕັ້ນ 3 ກ້າວ ​ແລະ 2 ຫຼຽນ​ທອງ ຈາກ​ປະ​ເພດ​ເຕັ້ນ 3 ກ້າວ​ຊາຍ ​ແລະ​ ​ແລ່ນ 100 ​ແມັດ​ຍິງ​ຂ້າມ​ຮົ້ວ; ກະຊວງ ​ແຜນການ​ແລະ​ການ​ລົງທຶນ ຄວ້າ​ໄດ້ 1 ຫຼຽນ​ຄຳ ຈາກ​ທ້າວ ບຸນ​ລອດ ​ແກ້ວ​ວິ​ເສດ ປະ​ເພດ​ແກວ່ງ​ຄ້ອນ; ​ແຂວງ​ຊຽງ​ຂວາງ​ຄວ້າ​ໄດ້ 1 ຫຼຽນ​ຄຳ ຈາກ​ນາງ ຕູ່​ນີ ສຸລິ​ໄຊ ປະ​ເພດ​ແລ່ນ 5000 ​ແມັດ; ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້ 1 ຫຼຽນ​ຄຳ ຈາກ​ທ້າວ ມິດ​ສິຫວັນ ວອນ​ວິຈິດ ປະ​ເພດ​ສັດ​ຫຼາວ; ​ແຂວງ​ສະຫວັນ​ນະ​ເຂດ​ໄດ້ 3 ຫຼຽນ​ເງິນ ຈາກ​ປະ​​ເພດ​ຊັດ​ຫຼາວ​ຊາຍ ​ແລະ​ເຕັ້ນ 3 ກ້າວ​ຍິງ; ກະຊວງປ້ອງ​ກັນ​ປະ​ເທດ​ໄດ້ 2 ຫຼຽນ​ເງິນ​ຈາກ​ປະ​ເພດ​ແກວ່ງ​ຄ້ອນ​ຊາຍ​ແລະ​​ເຕັ້ນ 3 ກ້າວ​ຍິງ; ​ແຂວງ​ອຸດົມ​ໄຊ​ ​ເຈົ້າພາບ ​ໄດ້ 2 ຫຼຽນ​ເງິນ ຈາກ​ປະ​ເພດ​ແລ່ນ 5000 ​ແມັດ​ຍິງ ​ແລະ​​ແກວ່ງ​ຄ້ອນ​ຍິງ; ​ແຂວງ​ໄຊ​ຍະ​ບູລີ​ໄດ້ 1 ຫຼຽນ​ທອງ​ຈາກ​ປະ​ເພດ​ແລ່ນ 5000 ​ແມັດ​ຍິງ ສຳລັບ​ການ​ແຂ່ງຂັນ​ກິລາ​ແລ່ນ-ລານ ຈະ​ໄດ້​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 14 ທັນວາ​ນີ້ ​ແລະ ​ໃນ​ມື້​ນີ້(10 ທັນວາ)ຈະ​ມີ​ການ​ຊີງ​ຫຼຽນ​ຄຳ 10 ລາຍການ ປະກອບ​ມີ​ແກ່ງ​ຈານ​ຍິງ, ​ແລ່ນ 3000 ​ແມັດ​ວິບາກ​ຊາຍ; ​​ແລ່ນ 2000 ​ແມັດ​ວິບາກ​ຍິງ, ຊັດ​ຫຼາວ, ​ແລ່ນ 200 ​ແມັດ​ຍິງ, ​ແລ່ນ 200 ​ແມັດ​ຊາຍ, ​ແລ່ນ 1500 ​ແມັດ​ຍິງ, ​ແລ່ນ 1500 ​ແມັດ​ຊາຍ, ​ແລ່ນ 400 ​ແມັດ​ຍິງ​ຂ້າມ​ຮົ້ວ ​ແລະ​ແລ່ນ 400 ​ແມັດ​ຊາຍ​ຂ້າມ​ຮົ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ