ແຂວງ​​ອຸດົມ​ໄຊຈັດ​ພິທີ​ຂໍ​ໄຟ​ສັກ​ສິດງານມະຫາກຳກິລາ​ແຫ່ງ​ຊາດຄັ້ງທີ x
2014-12-13 15:43:34  cri 



ແຂວງ​​ອຸດົມ​ໄຊຈັດ​ພິທີ​ຂໍ​ໄຟ​ສັກ​ສິດງານມະຫາກຳກິລາ​ແຫ່ງ​ຊາດຄັ້ງທີ x




 ຕອນເຊົ້າວັນທີ 13 ທັນວານີ້, ທີ່ວັດ​ພະທາດ​ມິ່ງ​​ເມືອງ ແຂວງອຸດົມໄຊ, ໄດ້ມີພິທີຂໍໄຟສັກສິດ ງານມະຫາກຳກິລາ​ແຫ່ງ​ຊາດຄັ້ງທີ x, ​ໂດຍ​ມີ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​​ແລະ ກິລາ, ທ່ານ​ ຄຳ​ຫຼ້າ ລິ້​ງນະ​ສອນ ​ເຈົ້າ​ແຂວງ​ ​ແຂ​ວງອຸດົມ​ໄຊ, ມີ​ຄະນະ​ກົມ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ບັນ​ດາ​ຫົວໜ້າ​, ຮອງ​ຫົວໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ ​ແລະ ບັນດາ​ທ່ານ​ຕາງໜ້າ​ຄະນະ​ນຳ​ນັກ​ກິລາ ​ແຕ່ລະ​ແຂວງ ​ເຂົ້າ​ຮ່ວມ.

ທ່ານ ດວງ​ໃຈ ອ່ອນ​ຊົມ​ພູ ຫົວໜ້າ​ອະນຸ​ກຳມະການ​ແລ່ນ​ທວນ​ໄຟ ງານມະຫາກຳກິລາ​ແຫ່​ງຊາດຄັ້ງທີ x ກ່າວ​ວ່າ​: ​ ການ​ຂໍ​​ໄຟ​ສັກສິດ ​ເພື່ອ​​ເປັນ​ສິລິ​ມຸງຄຸນ ​ໃຫ້​ແກ່​ການຈັດ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດຄັ້ງ​ທີ x, ຊື່​ງ​ເປັນ​ສັນຍາ​ລັກ​ແຫ່ງ​ແສງ​ສະຫວ່າງ, ຄວາມ​ຮຸ່ງ​​ເຮືອງ​ເຫຼືອງ​ເຫຼື້ອມ ​ແລະ ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ປຶກ​ແຜ່ນແໜ້ນໜາ ​ເພື່ອ​ມິດຕະພາບ ​ແລະ ​ເພື່ອ​ຜູກ​ແໜ້ນ​ຄວາມ​ສາມັກຄີຂອງ​ຄະນະ​ນຳ​, ນັກ​ກິລາທົ່ວ​ປະ​ເທດ ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​​ແຫ່ງ​ຊາດ, ດ້ານ​ໜື່ງກໍ່​ເພື່ອ​ເປັນການ​ສົ່ງ​ເສີມ​ກິລາ​ລາວ, ​ໃນການ​ສ້າງປະສົບ​ການ ​ແລະ ຄວາມ​ເຂັ້ມ​ແຂງ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີສັນ​, ມີ​ຄວາມ​ອຸດົມ​ສົມບູນ​ສ້າງ​ເງື່ອນ​ໄຂ​ຍົກ​ລະດັບຄວາມ​ສາມາດ​ຂອງ​ນັກ​ກິລາ​ໃຫ້​ກາຍ​ເປັນ​ນັກ​ກິລາ​ລະດັບ​ຊາດ​, ​ເຂົ້າ​ຮ່ວມ​ການແຂ່ງ​ຂັນ​ໃນ​ພາກ​ພື້ນ​ ​ແລະ ສາກົນ​. ພ້ອມ​ນີ້, ​ເ​ພື່ອພັດທະນາ​ຂະ​ບວນນັກ​ກິລາ​ລາວ ຢູ່​ພາຍ​ໃນ​ປະ​ເທດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ທັງ​ເປັນ​ການ​ຈັດ​ງານ​ບຸນມະ​ໂຫລານ​ກິລາ-ກາຍ​ຍະ​ກຳ​ທົ່ວ​ປະ​ເທດ ​ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ມີ​ໝາກຜົນ ​ແລະ ຈົບ​ງາມ.

 ພິທີ​ເປີດ​ງານມະຫາກຳກິລາ​ແຫ່ງ​ຊາດຄັ້ງທີ x ​​ຈະ​ເລີ່​ມຂື້ນ​ຕອນ​ແລງ​​ວັນ​ທີ 13 ນີ້



1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ