ເຮືອ​ຊ່ວງ​ຍິງ 12 ສີ​ຫາຍ​ຈຳປາ​ສັກ​ຄວ້າ​ຫຼຽນ​ຄຳ​ທຳ​ອິດ​ໃນ​ອຸດົມ​ໄຊ​ເກ​ມ
2014-12-13 17:21:04  cri 

​ເຮືອ​ຊ່ວງ​ຍິງ 12 ສີພາຍຂວງ​ຈຳປາ​ສັກ​ຄວ້າ​ຫຼຍນຄຳ​ທຳ​ອິດ​ໄດ້​ສຳ​ເລັດ​ພາຍຫຼັງ​ສາມາດ​ລົ້ມ​ແຊ໋ມ​ເກົ່າ​ສາວ​ແຂວງ​ວຽງ​ຈັນ​ໃນ​ນັດ​ຊີງ​ຊະນະ​ເລີດ ການ​ແຂ່ງຂັນ​ກິລາ​ຊ່ວງ​ເຮືອ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື​ອຸດົມ​ໄຊ​ເກ​ມລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້ ທີ່​ແຂວງ​ອຸດົມ​ໄຊ, ຂະນະ​ທີ່​ປະ​ເພດ 22 ສີພາຍ​ຊາຍ​ແຂວງ​ບໍລິ​ຄຳ​ໄຊ​ຄວ້າ​ຫຼຍນຄຳ​ໄປ​ຄອງ.

ການ​ແຂ່ງຂັນ​ກິລາ​ຊ່ວງ​ເຮືອ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ​ເກ​ມ​ໄດ້​ທຳ​ການ​ແຂ່ງຂັນ​ກັນ​ໃນ​ວັນ​ທີ 4 ທັນວາ 2014 ທີ່​ອ່າງ​ນ້ຳ​ຫີນ ​ແຂວງອຸດົມ​ໄຊ​ແລະ​ໃນ​ວັນ​ທີ 5 ທັນວາ​ຜ່ານ​ມາ​ກໍ່​ໄດ້​ມີ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ປະ​ເພດ 12 ສີພາຍ​ຍິງ​ໄລຍະ​ທາງ 1.000 ​ແມັດ​ຫຼຽນ​ຄຳ​ຕົກ​ເປັນ​ຂອງ​ແຂວງ​ຄຳ​ມ່ວນ, ຫຼຍ​ເງິນ​ເປັນ​ຂອງ​ນະຄອນຫຼວງ​ວຽງ​ຈັນ​ແລະ​ຫຼຍນທອງ​ເປັນ​ຂອງ​ແຂວງ​ໄຊ​ຍະ​ບູລີ.

ຫຼັງ​ຈາກ​ນັນ້ນ ​ໃນ​ຕອນ​ແລງ​ຂອງ​ມື້,ຽວກັນ ​ໄດ້​ມີ​ພິທີ​ມອບ​ຫຼຍນ​ໃຫ້​ນັກ​ກິລາ​ຢ່າງ​ເປັນ​ທາງ​ການ ​ໂດຍ​ເປັນ​ກຽດ​ມອບ​ຂອງ​ທ່ານ​ຄຳ​ຫຼ້າ ລີ້ງນະ​ສອນ ກຳມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ອຸດົມ​ໄຊ​ພ້ອມ​ດ້ວຍ​ຄະນະ​ນຳ​ທີ່​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ​ແລະ​ແຂວງ​ຢ່າງ​ພ້ອມພຽງ.

ຂະນະ​ທີ່​ລາຍ​ງານ​ຂ່າວ​ຢູ່​ນີ້ (ວັນ​ທີ 7 ທັນວາ ) ກຳລັງ​ມີ​ການ​ແຂ່ງຂັນ​ໃນ 4 ປະ​ເພດ​ປະກອບ​ມີ 12 ສີພາຍ​ຊາຍ ​ໄລຍະ​ທາງ 500 ​ແມັດ, 12 ສີພາຍ​ຍິງ​ໄລຍະ​ທາງ 500 ​ແມັດ, 22 ສີພາຍ​ຊາຍ​ໄລຍະ​ທາງ 500 ​ແມັດ​ແລະ 22 ສີພາຍ​ຍິງ​ໄລຍະ​ທາງ 500 ​ແມັດ, ​ເຊິ່ງຜົນງານ​ແຂ່ງຂັນ​ຈະ​ເປັນ​ແນວ​ໃດ​ນັ້ນ​ຈະລາ​ຍງານ​ໃຫ້​ຊາບ​ພາຍຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ