ສະຫວັນ​ນະ​ເຂດ​ປະ​ເດີມ​ສະໜາມ​ສວຍ​ງາມ​ຖະຫຼົ່ມ​ຜົ້າງສາລີ 3-0 ​ເຕະບານ​ຊາຍ​ອຸດົມ​ໄຊ​ເກ​ມ
2014-12-13 17:21:31  cri 

ທິມ​ເຕະບານ​ແຂວງ​ສະຫວັນ​ນະ​ເຂດ​ລົງ​ປະ​ເດີມ​ສະໜາມ​ໄດ້​ຢ່າງ​ສວຍ​ງາມ​ສາມາດ​ໄລ່​ຖະຫຼົ່ມ​ທິມ​ແຂວງ​ຜົ້າງສາລີ 3-0 ປະຕູ​ເກັບ 3 ຄະ​ແນນ​ໄປ​ຄອງ​ໄດ້​ສຳ​ເລັດ​ໃນ​ການ​ແຂ່ງຂັນ​ເຕະບານ​ຊາຍ​ຮອບ​ຄັດ​ເລືອກ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື​ອຸດົມ​ໄຊ​ເກ​ມທີ່​ຈະ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ວັນ​ທີ 13-21 ທັນວາ 2014. ​ໂດຍ​ການ​ແຂ່ງຂັນ​ໃນ​ນັດ​ນີ້ ທັງ​ສອງ​ທິມລ້ວນ​ແລ້ວ​ແຕ່​ໃຊ້​ຕົວ​ຈິງ​ລົງ​ສະໜາມ​ເພື່ອ​ເກັບ 3 ຄະ​ແນນ​ທຳ​ອິດ​ຂອງ​ທິມ, ​ເຊິ່ງພໍ​ແຕ່​ກຳມະການ​ເປົ່າ​ໝາກ​ວີ​ດ, ສະ​ຫວັນນະ​ເຂດ​ກໍ່​ເປີດ​ເກ​ມບຸກ​ເຂົ້າ​ໃສ່​ທັນທີ ​ເຊິ່ງບຸກຈາກ​ຂວາ​ໄປ​ຊ້າຍ ​ໂດຍ​ມີ​ຄອນ​ສະຫວັນ​ ສີ​ຫາ​ວົງ ນັກ​ກິລາ​ທິມຊາດ​ເປັນ​ຕົວ​ປ່ວນ​ເກ​ມ​ແລະ​ກໍ່​ມີ​ໂອກາດ​ທຳ​ປະຕູ​ຫຼາຍ​ຄັ້ງ​ແຕ່​ບໍ່​ສຳ​ເລັດ. ຂະນະ​ທີ່​ຜົ້າງສາລີ ອາ​​​ໃສ​ເກ​ມຮັບ​ແລ້ວ​ສວນ​ກັບ​ໄວ ​ແຕ່​ໂອກາດ​ຍິງ​ປະຕູ​ຍັງ​ມີ​ໜ້ອຍ. ຈົນ​ມາ​ນາທີໆ 18 ຄອນ​ສະຫວັນ ສີ​ຫາ​ວົງ​ກໍ່​ມາ​ຍິງ​ປະຕູ​ໃຫ້​ສະຫວັນ​ນະ​ເຂດ​ຂຶ້ນ​ນຳ​ໄປ​ກ່ອນ 1-0 ປະຕູ. ຫຼັງ​ຈາກ​ນັ້ນ ສະຫວັນ​ນະ​ເຂດ​ຍິງ​ຫຼິ້ນ​ກໍ່​ຍິງ​ໄດ້​ໃຈ ​ເປີດ​ເກ​ມບຸກ​ເຂົ້າ​ໃສ່​ຢ່າງ​ເຕັມ​ສູດ ​ແລະ​ກໍ່​ມີ​ໂອກາດ​ຄອງ​ບານ​ໄດ້​ຫຼາຍ​ກວ່າ​ແຕ່​ກໍ່​ຍັງ​ເຮັດ​ຍຫງັຜົ້າງສາລີ​ເພີ່ມ​ບໍ່​ໄດ້. ສ່ວນ​ຜົ້າງສາລີ​ກໍ່​ບໍ່​ລົດ​ລະ​ໃນ​ຄວາມ​ພະຍາຍາມ​ຫວັງ​ຈະ​ຕີ​ສະໝີ​ໃຫ້​ໄດ້, ​ແຕ່​ກໍ່​ບໍ່​ສຳ​ເລັດ​ຈົບ​ເກ​ມ​ໃນ​ເຄິ່ງ​ເວລາ​ທຳ​ອິດ​ສະຫວັນ​ນະ​ເຂດ​ເປັນ​ຝ່າຍ​ຂຶ້ນ​ນຳ​ໄປ​ກ່ອນ 1-0 ປະຕູ.

​ໃນ​ເຄິ່ງ​ເວລາ​ທີ 2 ກໍ່ຍັງ​ແມ່ນ​ສະຫວັນ​ນະ​ເຂດ​ທີ່​ເປັນ​ຝ່າຍ​ຄອງ​ບານ​ຫຼາຍ​ກວ່າ ​ແລະ​ກໍ່​ເປັນ​ຝ່າຍ​ປັ້ນ​ເກ​ມບຸກ​ເຂົ້າ​ໃສ່​ຢ່າງ​ຕໍ່​ເນື່ອງ ຈົນ​ເຮັດ​ໃຫ້​ກອງ​ຫຼັງ​ຂອງ​ທິມຜົ້າງສາລີ​ປັ່ນ​ປ່ວນ, ຈົນ​ເຮັດ​ໃຫ້​ຄອນ​ສະຫວັນ ສີ​ຫາ​ວົງ ລຸດກັບ​ດັກ​ລຳ​ໜ້າ​ຂອງ​ກອງ​ຫຼັງ​ຜົ້ງ​ສາລີ ​ເຂົ້າ​ໄປ​ຍິງ​ແບບ​ຈະໆ ​ເປັນ​ປະຕູ​ທີ 2 ຂອງ​ຕົວ​ເອງ ກໍ່​ຄື​ປະຕູ​ທີ 2 ຂອງ​ທິມ. ຫຼັງ​ຈາກ​ນັ້ນ ຜົ້າງສາລີ​ກໍ່​ເປີດ​ເກ​ມບຸກ​ເຂົ້າ​ແລກ​ເພື່ອ​ຫວັງ​ຕີ​ໄຂ່​ແຕກ​ໃຫ້​ໄດ້​ ​ແລະ ກໍ່​ມີ​ໂອກາດ​ຍິງ​ປະຕູ​ຫຼາຍ​ຄັ້ງ​ແຕ່​ກໍ່​ບໍ່​ຜ່ານ​ມື​ຜູ້​ຮັກສາ​ປະຕູ​ຂອງ​ສະຫວັນ​ນະ​ເຂດ​ໄດ້​ເຮັດ​ໃຫ້​ເກ​ມ​ເຂັ້ມ​ຂຸ້ນ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ