ເຈົ້າພາບ​ຄວ້າ 4 ຫຼຽນ​ຄຳ​ເທັນ​ນິສອຸດົມ​ໄຊ​ເກ​ມ
2014-12-13 17:22:23  cri 

ນັກ​ກິລາ​ເຕັນ​ນິສ​ແຂວງ​ອຸດົມ​ໄຊ(​ເຈົ້ພາບ) ປະກາດ​ເປັນ​ເຈົ້າ​ຫຼຍນຄຳ​ຢ່າງ​ສົມ​ສັກ​ສີ ຫຼັງ​ຈາກ​ທີ່​ສາມາດ​ຄວ້າ​ມາ​ໄດ້​ເຖິງ 4 ຫຼຽນຄຳ ​ໃນ​ການ​ແຂ່ງຂັນ​ກິລາ​ເຫັນ​ນິສ ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ​ເກ​ມ ທີ່​ຈະ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ ລະຫວ່າ​ງວັນ​ທີ 13-21 ທັນວາ​ນີ້, ຂະນະ​ທີ່​ກະຊວງ​ພະລັງງານ-​ບໍ່​ແຮ່າ​ຄວ້າ 2 ຫຼຽນ​ຄຳ​ແລະ​ສະຫວັນ​ນະ​ເຂດ​ຄວ້າ 1 ຫຼຽນ​ຄຳ.

​ເມື່ອ​ຕອນ​ແລງ​ວັນ​ທີ 6 ທັນວາ​ຜ່ານ​ມາ ທີ່​ສະໜາມກິລາ​ເທັນ​ນິສ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ພິທີ​ມອບ​ຫຼຍນລາງວັນ​ໃຫ້​ແກ່​ນັກ​ກິລາ​ເຕັນ​ນິສຊະນະ​ເລີດ​ໃນ​ອຸດົມ​ໄຊ​ເກ​ມ​ ​ໂດຍ​ເປັນ​ກຽດ​ມອບ​ຂອງ​ທ່ານ​ຄຳ​ຫຼ້າ ລີ້​ງນະ​ສອນ ກຳມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ອຸດົມ​ໄຊ, ທ່ານ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກສາ​ທິການ ​ແລະ​ ກິລາ ພ້ອມ​ດ້ວຍ​ຄະນະ​ນຳ​ທີ່​ກ່ຽວຂ້ອງ​ຂັ້​ນສູນກາງ​ແລະ​ແຂວງ​ເຂົ້າ​ຮ່ວມ.

ການ​ແຂ່ງຂັນ​ກິລາ​ເທັນ​ນິສ​ໃນ​ອຸດົມ​ໄຊ​ເກ​ມ​ໄດ້​ທຳ​ການ​ແຂ່ງຂັນ​ກັນ​ໃນ​ລະຫວ່າງ​ວັນ​ທີ 2-6 ທັນວາ 2014 ​ໂດຍ​ມີ​ການ​ຊິງ​ໄຊ​ກັນ​ທັງ​ໝົດ 7 ປະ​ເທດ. ຜ່ານ​ການ​ແຂ່ງຂັນ​ຜົນ​ປາກົດ​ວ່າ: ນັກ​ກິລາ​ເຈົ້າພາບ​ສາມາດ​ຄອງ​ເຈົ້າ​ຫຼຽນ​ຄຳ​ພາຍ​ຫຼັງ​ທີ່​ຄວ້າມາ​ໄດ້​ເຖິງ 4 ຫຼຽນຄຳ​ໃນ​ປະ​ເພດ​ທິມຍິງ, ດ່ຽວ​ຊາຍ, ດ່ຽວ​ຍິງ​ແລະ​ຄູ່​ປະສົມ ພ້ອມ​ນີ້ ຍັງ​ຄວ້າ​ອີກ 1 ຫຼຍນ​ເງິນ​ປະ​ເພດ​ຄູ່​ຊາຍ ​ແລະ 3 ຫຼຍນທອງ​ໃນ​ປະ​ເພດ​ທີ​ມຊາຍ, ຄູ່​ຍິງ​ແລະ​ຄູ່​ປະສົມ. ສ່ວນ​ກະຊວງ​ພະລັງງານ-​ບໍ່​ແຮ່​ຄວ້າ 2 ຫຼຍນຄຳ​ໃນ​ປະ​ເພດ​ທິມຊາຍ​ແລະ​ຄູ່​ຊາຍ, ພ້ອມ​ນີ້ ຍັງ​ຄວ້າ 3 ຫຼຽນ​ເງິນ​ໃນ​ປະ​ເພດດ່ຽວ​ຊາຍ, ຄູ່ປະສົມ, ຄູ່​ຍິງ​ແລະ​ແຂວງ​ສະຫວັນ​ນະ​ເຂດ​ຄວ້າ 1 ຫຼຽນ​ຄຳ​ໃນ​ປະ​ເພດ​ຄູ່​ຍິງ ພ້ອມ​ກັບ​ຄວ້າ​ອີກ 3 ຫຼຽນ​ເງິນ​ໃນ​ປະ​ເພດ​ທິມຍິງ, ທິມຊາຍ, ດ່ຽວ​ຍິງ​ແລະ 2 ຫຼຽນທອງ​ປູະ​ເພດ​ຄູ່​ປະສົມ​ແລະ​ດ່ຽວ​ຊາຍ. ສຳລັບ​ແຂວງ​ວຽງຈັນ​ແລະ​ນະຄອນຫຼວງ​ວຽງ​ຈັນ​ແມ່ນ​ໄດ້​ພາກສ່ວນ​ລະ 1 ຫຼຽນທອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ