"ສຸ​ລິ​ດາ ​ໄຊ​ຍະ​ລາດ"ຄວ້າ 1 ຫຼຽນຄຳ​ກິລາ​​ເປັນ​ຈັກ​ສີ​ລັດ​ໃຫ້​ເຈົ້າພາບ​ໃນ​ອຸດົມ​ໄຊ​ເກ​ມ
2014-12-13 17:35:49  cri 

ນາງ​ລຸ​ລິ​ດາ ​ໄຊ​ຍະ​ບາດ ​ໄຊ​ລີລາ​ເຂົ້າ​ຕາ​ກຳມະການ​ໄດ້ 154 ຄະ​ແນນ​ຄວ້າ​ຫຼຽນ​ຄຳ​ກິລາ​ປັນ​ຈັກ​ສີ​ລັດ ປະ​ເພດ​ຟ້ອນ​ດ່ຽວ​ຍິງ​ໃຫ້​ກັບ​ແຂວງ​ອຸດົມ​ໄຊ ​ເຈົ້າພາບ. ຂະນະ​ທີ່​ທ້າວ​ຢຸດ​ທະ​ສິນ ພຸດທະ​ຮັກສາ ຄວ້າ​ຫຼຍນຄຳ​ປະ​ເພດ​ຟ້ອນ​ດ່ຽວ​ຊາຍ​ໃຫ້​ແຂວງ​ຫຼວງ​ພະ​ບາງ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື​ອຸດົມ​ໄຊ​ເກ​ມ ທີ່​ຈະ​ໄດ້​ມີ​ພິທີ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້.

​ເມື່ອ​ວັນ​ທີ 7 ທັນວາ​ຜ່ານ​ມາ ທີ່​ສະ​ໂມ​ສອນ​ພະ​ແນ​ກກະສິກຳ-​ປ່າ​ໄມ້ ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ການ​ແຂ່ງຂັນ​ປັນ​ຈັກ​ສີ​ລັດ ປະ​ເພດ​ຟ້ອນ​ດ່ຽວ​ຍິງ​ແລະ​ປະ​ເພດ​ຟ້ອນ​ດ່ຽວ​ຊາຍ ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ  Ⅹ ຫຼຶຶອຸດົມ​ໄຊ​ເກ​ມະ. ຜ່ານ​ການ​ແຂ່ງຂັນ​ຜົນ​ປາກົດ​ວ່າ​ປະ​ເພດ​ຟ້ອນ​ດ່ຽວ​ຍິງ​ ນາງ​ສຸ​ລິ​ດາ ​ໄຊ​ຍະ​ລາດ ນັກ​ກິລາ​ຈາກ​ແຂວງ​ອຸດົມ​ໄຊ ​ເຈົ້າພາບ ​ໂຊ​ລີລາ​ເຂົ້າ​ຕາ​ກຳມະການ​ໄດ້ 154 ຄະ​ແນນ ຄວ້າ​ຫຼຍນຄຳ​ປະ​ເພດ​ດ່ຽວ​ກ່າວ​ໄປ​ຄອງ. ສ່ວນ​ຫຼຍນ​ເງິນ​ຕົກ​ເປັນ​ຂອງ​ນນາງ​ລຸນ​ນີ ​ເພັງ​ພິພັກ ຈາກ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້ 148 ຄະ​ແນນ​ແລະ​ຫຼຽນທອງ ​ແມ່ນ​ນາງ​ອະພິ​ໂຍ ດວງ​ມະນີ ຈາກ​ແຂວງ​ຫຼວງ​ພະ​ບາງ ​ໄດ້ 146 ຄະ​ແນນ. ຂະນະ​ທີ່ ປະ​ເພດ​ຟ້ອນ​ດ່ຽວ​ຊາຍ​ຫຼຍນຄຳ​ຕົກ​ເປັນ​ຂອງ​ທ້າວ​ຢຸດ​ທະ​ສິນ ພຸດທະ​ຮັກສາ ຈາກ​ແຂວງ​ຫຼວງ​ພະ​ບາງ ​ໄດ້ 157 ຄະ​ແນນ, ຫຼຍນ​ເງິນ​ຕົກ​ເປັນ​ຂອງ​ທ້າຍ​ສຸກ​ສະຫວັນ ຈັນ​ທິລາດ​ ຈາກ​ກະຊວງ​ປ້ອກັນ​ຄວາມ​ສະຫງົບ​ ໄດ້ 154 ຄະ​ແນນ​ແລະ​ຫຼຍນທອງ​ແມ່ນ​ທ້າວປີຍະ​ພົງ ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້ 149 ຄະ​ແນນ.

ສຳລັບ​ການ​ແຂ່ງຂັນ​ມວຍ​ປັນ​ຈັກ​ສີ​ລັດ​ແມ່ນ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 9 ທັນວາ​ນີ້ ຈົນ​ຈະ​ປິດ​ລົງ, ​ໃນ​ນີ້ ຈະ​ມີ​ການ​ສືບ​ຕໍ່​ແຂ່ງຂັນ​ໃນ​ປະ​ເພດ​ຕໍ່ສູ້​ປ້ອງ​ກັນ​ຕົວ 9 ຮຸ່ນ ປະກອບ​ມີ​ຮຸ່ນ 45 ກິ​ໂລ​ຊາຍ, 50 ກິ​ໂລ​ຊາຍ, 66 ກິ​ໂລ​ຊາຍ, 74 ກິ​ໂລ​ຊາຍ, 84 ກິ​ໂລ​ຊາຍ, 96 ກິ​ໂລ​ຊາຍ, 45 ກິ​ໂລ​ຍິງ, 50 ກິ​ໂລ​ຍິງ, 55 ກິ​ໂລ​ຍິງ​ແລະ 60 ກິ​ໂລ​ຍິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ