ນັກ​ກິລາ​ກອງທັບ​ເປັນ​ເຈົ້າ​ຫຼຍນຄຳ​ປັນ​ຈັກ​ສີ​ລັດ​ອຸດົມ​ໄຊ​ເກ​ມ
2014-12-13 18:19:54  cri 
ນັກ​ກິລາ​ກະຊວງ​ປ້ອກງັນ​ປະ​ເທດ(ກອງທັບ) ​ໄດ້​ຄອງ​ເຈົ້າ​ຫຼຽນ​ຄຳ​ກິລາ​ປັນ​ຈັກ​ສີ​ລັດ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື​ອຸດົມ​ໄຊ​ເກ​ມທີ່​ຈະ​ໄດ້​ມີ​ພິທີ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້ ພາຍຫຼັງ​ທີ່​ຄວ້າ​ມາ​ໄດ້​ເຖິງ 4 ຫຼຽນ​ຄຳ. ສ່ວນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ( ປກສ ) ຄວ້າ 3 ຫຼຽນ​ຄຳ​ໄປ​ຄອງ.

ການ​ແຂ່ງຂັນ​ກິລາ​ປັນ​ຈັກ​ສີ​ລັດ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ ຫຼື​ອຸດົມ​ໄຊ​ເກ​ມ​ໄດ້​ປິດ​ສາກ​ລົງ​ເປັນ​ທີ​ຮຽບຮ້ອຍ​ແລ້ວ​ໃນ​ຕອນ​ແລງ​ວັນ​ທີ 9 ທັນວາ​ຜ່ານ​ມາ​ທີ່​ສະ​ໂມ​ສອນ​ພະ​ແນ​ກກະສິກຳ-​ປ່າ​ໄມ້ ​ແຂວງ​ອຸດົມ​ໄຊ ພາຍຫຼັງ​ໄດ້​ດຳ​ເນີນ​ມາ​ແຕ່​ວັນ​ທີ 7 ທັນວາ 2014 ​ໂດຍ​ໃຫ້​ກຽດ​ມອບ​ລາງວັນ​ຂອງ​ທ່າ​ຄຳ​ຫຼ້າ ລີ້​ງນະ​ສອນ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ອຸດົມ​ໄຊ, ທ່ານ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ​ກະຊວງ​ສຶກສາ​ທິການ​ແລະ​ກິລາ​ພ້ອມ​ດ້ວຍ​ຄະນະ​ນຳ​ທີ່​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ​ແລະ​ແຂວງ​ເຂົ້າ​ຮ່ວມ.

ສະ​ເພາະ​ການ​ແຂ່ງຂັນ​ປັນ​ຈັກ​ສີ​ລັດ​ຄັ້ງ​ນີ້ ມີ​ນັກ​ກິລາ​ຈາກ 8 ພາກສ່ວນ​ເຂົ້າ​ຮ່ວມ​ຊິງ​ໄຊ​ໃນ 11 ລາຍການ. ຜ່ານ​ການ​ແຂ່ງຂັນ​ປະກົດ​ວ່າ, ກະຊວງ​ປ້ອກງັນ​ປະ​ເທດ​ໄດ້​ຄອງ​ເຈົ້າ​ຫຼຍນຄຳ​ໃນ​ກິລາ​ປະ​ເພ​ດດັ່ງກ່າວ ພາຍຫຼັງ​ທີ່​ຄວ້າ​ມາ​ໄດ້​ເຖິງ 4 ຫຼຍນຄຳ​ໃນ​ປະ​ເພດ​ຕໍ່ສູ້​ຮຸ່ນ​ນ້ຳໜັກ 40-45 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັກ 55-60 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັກ 40-45 ກິ​ໂລ​ຊາຍ​ແລະ​ຮຸ່ນນ້ຳໜັກ 55-60 ກິ​ໂລ​ຊາຍ, ພ້ອມ​ນີ້ ຍັງ​ຄວ້າ​ອີກ 1 ຫຼຽນ​ເງິນ​ຈາກ​ປະ​ເພດ​ຕໍ່ສູ້​ຮຸ່ນ​ນ້ຳໜັກ 40-45 ກິ​ໂລ​ຊາຍ​ແລະ​ໄດ້​ອີກ 4 ຫຼຽນທອງ​ຈາກ​ປະ​ເພດ​ຟ້ອນ​ດ່ຽວ​ຊາຍ, ຮຸ່ນ​ນ້ຳໜັກ 50-55 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັກ 50-55 ກິ​ໂລ​ຊາຍ​ແລະ​ຮຸ່ນ​ນ້ຳໜັກ 60-65 ກິ​ໂລ​ຊາຍ.

ຂະນະ​ທີ່​ກະຊວງ​ປ້ອງກັນ​ຄວາມ​ສະຫງົບ ຄວ້າ 3 ຫຼຽນ​ຄຳ​ໄປ​ຄອງ​ຈາກ​ປະ​ເພດ​ຕໍ່ສູ້​ຮຸ່ນ​ນ້ຳໜັກ50-55 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັກ 50-55 ກິ​ໂລ​ຊາຍ​ແລະ​ຮຸ່ນ​ນ້ຳໜັກ 60-65 ກິ​ໂລ​ຊາຍ, ພ້ອມ​ກັບ​ຄວ້າ​ອີກ 3 ຫຼຽນ​ເງິນ​ຈາກ​ປະ​ເດ​ຟ້ອນ​ດ່ຽວ​ຊາຍ, ປະ​ເພດ​ຕໍ່ສູ້​ປ້ອງ​ກັນ​ຕົວ ຮຸ່ນ​ນ້ຳໜັກ 55-60 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັຜກ 55-60 ກິ​ໂລ​ຊາຍ​ແລະ​ອີກ 3 ຫຼຽນ​ທອງ​ຈາກ​ປະ​ເພດ​ຕໍ່ສູ້​ຮຸ່ນ​ນ້ຳໜັກ 40-45 ກິ​ໂລ​ຍິງ, ຮຸ່ນ​ນ້ຳໜັກ 40-45 ກິ​ໂລ​ຊາຍ​ແລະ ຮຸ່ນ​ນ້ຳໜັກ 45-50 ກິ​ໂລ​ຊາຍ.

ສຳລັບ​ແຂວງ​ບໍລິ​ຄຳ​ໄຊ​ໄດ້ 2 ຫຼຽນ​ຄຳ, 1 ຫຼຽນ​ເງິນ ​ແລະ 1 ຫຼຽນ​ທອງ, ​ແຂວງ​ອຸດົມ​ໄຊ​ເຈົ້າພາບ​ຄວ້າ​ມາ​ໄດ້ 1 ຫຼຽນ​ຄຳ, 3 ຫຼຍນ​ເງິນ​ແລະ 1 ຫຼຽນ​ທອງຫ ​ແຂວງ​ຫຼວງພະຍາງ​ຄວ້າ​ໄດ້ 1 ຫຼຽນ​ຄຳ​ແລະ 3 ຫຼຽນ​ທອງ; ​ແຂວງ​ສະຫວັນ​ນະ​ເຂດ​ໄດ້ 2 ຫຼຽນ​ເງິນ​ແລະ 2 ຫຼຽນ​ທອງ, ນະຄອນຫຼວງວຽງ​ຈັນ​ໄດ້ 1 ຫຼຽນ​ເງິນ​ແລະ 5 ຫຼຽນ​ທອງ, ​ແຂວງ​ຈຳປາ​ສັກ​ໄດ້ 1 ຫຼຽນ​ທອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ