ບໍລິ​ຄຳ​ໄຊ​ຄວ້າ 2 ຫຼຽນຄຳ ກິລາລອຍ​ນ້ຳ​ ​ໃນ​ງານ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ
2014-12-13 17:21:15  cri 
ແຂວງບໍລິ​ຄຳ​ໄຊ ຄວ້າ​ໄດ້ 2 ຫຼຽນຄຳ ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 800 ​ແມັດ​ຊາຍ ​ແລະ​ ລອຍ​ແບບ​ແມງກະ​ເບື້ອ 50 ​ແມັດ​ຊາຍ ​ໃນ​ການ​ແຂ່ງຂັນ​ກິລາລອຍ​ນ້ຳ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ Ⅹ​ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ມີ​ພິທີ​ເປີດ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 13—21 ທັນວາ​ນີ້​ ທີ່​ແຂວງ​ອຸດົມ​ໄຊ.

​ເມື່ອ​ວັນ​ທີ 10 ກັນຍາ ຜ່ານ​ມາ ທີ່​ສະ​ລອຍ​ນ້ຳ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ການ​ແຂ່ງຂັນ​ກິລາລອຍ​ນ້ຳ ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ Ⅹ​ ຫຼື ອຸດົມ​ໄຊ ​ເກ​ມ ​ໂດຍ​ມີ​ການ​ຊີງຫຼຽນຄຳ ​ໃນ 9 ລາຍການ ປະກອບ​ມີ ລອຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຊາຍ, ລອຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຍິງ, ລອຍ​ແບບ​ທຳ​ມະ​ດາ 800 ​ແມັດ​ຊາຍ, ລອຍ​ແບບ​ແມງກະ​ເບື້ອ 50 ​ແມັດ​ຊາຍ, ລອຍ​ກົບ 50 ​ແມັດ​ຍິງ, ລອຍ​ແມງກະ​ເບື້ອ 50 ​ແມັດ​ຍິງ, ລອຍ​ທຳ​ມະ​ດາ 100 ​ແມັດ​ຊາຍ, ລອຍ​ດ່ຽວ​ປະສົມ 200 ​ແມັດ​ຍິງ ​ແລະ​ ລອຍ​ທີ​ມທຳ​ມະ​ດາ 4x200 ​ແມັດຊາຍ. ຜ່ານ​ການ​ແຂ່ງຂັນ​ຜົນ​ປາກົດ​ວ່າ: ​ແຂວງ​ບໍລິ​ຄຳ​ໄຊ ຄວ້າ​ໄດ້ 2 ຫຼຽນຄຳ ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 800 ​ແມັດ​ຊາຍ ຈາກ​ທ້າວ​ປາດ​ຖະໜາ ອິນ​ທະ​ວົງ ​ແລະ ​ລອຍ​ແບບ​ແມງກະ​ເບື້ອ 50 ​ແມັດ​ຊາຍ ຈາກ​ທ້າວ ສາຍ​ລົມ ສຸວັນນະ​ລາ ພ້ອມ​ກັນ​ນີ້ ຍັງ​ໄດ້​ອີກ 1 ຫຼຽນທອງ ປະ​ເພດ​ລອຍ​ທຳ​ມະ​ດາ 100 ​ແມັດ​ຊາຍ ຈາກ​ທ້າວ ວັດທະນາ ສຸທິ​ວົງ.

ສ່ວນ​ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້ 1 ຫຼຽນຄຳ ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຍິງ ຈາກ​ນາງ​ແວວ​ມະນີ ສິລິ​ພອນ ພ້ອມ​ກັບ 2 ຫຼຽນ​ເງິນ ປະ​ເພດ​ລອຍ​ແມງກະ​ເບື້ອ 50 ​ແມັດ​ຍິງ ​ແລະ ລອຍ​ດ່ຽວ​ປະສົມ 200 ​ແມັດ​ຍິງ, ​ແຂວງຫຼວງພະ​ບາງ ​ໄດ້ 1 ຫຼຽນຄຳ ປະ​ເພດລອຍ​ແບບ​ທຳ​ມະ​ດາ 800 ​ແມັດ​ຊາຍ, ລອຍ​ທີ​ມທຳ​ມະ​ດາ 4x200 ​ແມັດຊາຍ ​ແລະ 1 ຫຼຽນທອງ ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຍິງ, ​ແຂວງ​ຈຳປາ​ສັກ ​ໄດ້ 1 ຫຼຽນຄຳ ປະ​ເພດ​ລອຍ​ທີ​ມທຳ​ມະ​ດາ 4x200 ​ແມັດ​ຊາຍ ພ້ອມ​ກັບ 1 ຫຼຽນ​ເງິນ ຈາກ​ປະ​ເພດ ລອຍກົບ 50 ​ແມັດ​ຍິງ ​ແລະ 3 ຫຼຽນທອງ ຈາກ​ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 800 ​ແມັດ​ຊາຍ, ລອຍ​ແມງກະ​ເບື້ອ 50 ​ແມັດ​ຊາຍ ​ແລະ ລອຍ​​ແມງກະ​ເບື້ອ 50 ​ແມັດ​ຍິງ ​ແລະ​ ກະຊວງ​ພາຍ​ໃນ ​ໄດ້ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ລອ​ຍທຳ​ມະ​ດາ 100 ​ແມັດ​ຊາຍ, ​ແຂວງ​ອຸດົມ​ໄຊ ​ເຈົ້າພາບ ​ໄດ້ 1 ຫຼຽນຄຳ ປະ​ເພດ​ລອຍ​ກົບ 50 ​ແມັດ​ຍິງ ຈາກ​ນາງ ​ເທບ​ອັກສອນ ພ້ອມ​ກັນ 1 ຫຼຽນ​ເງິນ ປະ​ເພດ​ລອຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຍິງ ​ແລະ 2 ຫຼຽນທອງ ປະ​ເພດ​ລອຍ​​ແບບ​ທຳ​ມະ​ດາ 200 ​ແມັດ​ຊາຍ ​ແລະ ລອຍ​ທີ​ມທຳ​ມະ​ດາ 4x200 ​ແມັດ​ຊາຍ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ (ປກສ) ​ໄດ້ 1 ຫຼຽນຄຳ ປະ​ເພດ ລອຍ​ແມງກະ​ເບື້ອ 50 ​ແມັດ​ຍິງ ຈາກ​ນາງ ສຸ​ລຳ​ພອນ ​ເກີດຫຼ້າ ພ້ອມ​ກັບ 1 ຫຼຽນ​ເງິນ ປະ​ເພດ​ລອ​ຍ​ແບບ​ທຳ​ມະ​ດາ 200 ​ແມັດ​ຊາຍ ​ແລະ 2 ຫຼຽນທອງ ຈາກ​ປະ​ເພດ​ລອຍ​ກົບ 50 ​ແມັດ​ຍິງ ​ແລະ ປະ​ເພດ​ລອຍ​ດ່ຽວ​ປະສົມ 200 ​ແມັດ​ຍິງ, ນະຄອນຫຼວງວຽງ​ຈັນ ​ໄດ້ 1 ຫຼຽນຄຳ ລອຍ​ທຳ​ມະ​ດາ 100 ​ແມັດ​ຊາຍ ຈາກ​ທ້າວ ສຸ​ກັນ​ວົງ​ໄຊ ພ້ອມ​ກັບ 1 ຫຼຽນ​ເງິນ ລອຍ​ແບບ​ແມງກະ​ເບື້ອ 50 ​ແມັດ​ຊາຍ, ​ແຂວງ​ວຽງ​ຈັນ ​ໄດ້ 1 ຫຼຽນ​ເງິນ ປະ​ເພດ​ລອຍ​ທຳ​ມະ​ດາ 100 ​ແມັດ​ຊາຍ ຈາກ​ທ້າວ ​ເຊີ​ເກ້ ສີ​ຫາ​ນຸວົງ.

ສຳລັບ​ການ​ແຂ່ງຂັນ​ກິລາ​ລອຍ​ນ້ຳ ​ໃນ​ງານ​ອຸດົມ​ໄຊ ​ເກ​ມ ຄັ້ງ​ນີ້ ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 12 ທັນວາ 2014 ​ໂດຍ​ຈະ​ມີ​ການ​ແຂ່ງຂັນ​ອີກ 22 ລາຍການ​ຈຶ່ງ​ຈະ​ສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ