ນະຄອນຫຼວງ ຄວ້າ​ອີກ 3 ຫຼຽນຄຳ ກິລາ​ແລ່ນ—ລານ ອຸດົມ​ໄຊ ​ເກ​ມ
2014-12-13 17:36:07  cri 
ນະຄອນຫຼວງວຽງ​ຈັນ ຄວ້າ​ມາ​ໄດ້​ອີກ 3 ຫຼຽນຄຳ ພາຍຫຼັງກ່ອນ​ໜ້າ​ນີ້ ຄວ້າ​ໄດ້ 2 ຫຼຽນຄຳ ​ໃນ​ການ​ແຂ່ງຂັນ​ກິລາ​ແລ່ນ—ລານ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ເປີດ​ສາດ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 13—21 ທັນວາ​ນີ້ ທີ່​ແຂວງ​ອຸດົມ​ໄຊ.

ການ​ແຂ່ງຂັນ​ກິລາ​ແລ່ນ—​ລານ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ​ໄດ້​ດຳ​ເນີນ​ມາ​ເປັນ​ມື້​ທີ 2 ​ໃນ​ວັນ​ທີ 10 ທັນວາ ຜ່ານ​ມາ ທີ່​ສະໜາມກິລາ​ແຂວງ ​ໂດຍ​ມີ​ການ​ຊີງ​ໄຊ 10 ລາຍການ ຜົນ​ປາກົດ​ວ່າ: ນັກ​ກິລາ​ນະຄອນຫຼວງວຽງ​ຈັນ ຄວ້າ​ໄປ​ໄດ້​ອີກ 4 ຫຼຽນຄຳ ຈາກ​ນາງ ມັດ ຖິ່ນ​ມະ​ນາວ ປະ​ເພດ​ຊັດຫຼາວຍິງ, ທ້າວ ສີສະ​ຫວັດ ທຳ​ມະ​ວົງ​ຈິດ ປະ​ເພດ​ແລ່ນ 3.000 ​ແມັດ​ວິບາກ​ຊາຍ ​ແລະ ນາງ ພອນ​ໄຊ ປາວ​ສະຫວັດ ປະ​ເພດ​ແກວ່ງ​ຈານ, ພ້ອມ​ນີ້ ຍັງ​ໄດ້ 1 ຫຼຽນ​ເງິນ ຈາກ​ນາງ ສຸກ​ສະຫວັນ ປະ​ເພດ​ແລ່ນ 2.000 ​ແມັດ​ວິບາກ​ຍິງ. ຂະນະ​ທີ່​ກ່ອນ​ໜ້າ​ນີ້ ຄວ້າ​ໄດ້ 2 ຫຼຽນຄຳ ຈາກ​ນາງ ມັດ ຖິນມະ​ນາວ ປະ​ເພດ​ແກ່ວ​ງຄ້ອນ​ຍິງ ​ແລະ ນາງ ມະນີ​ວັນ ຈັນ​ທະ​ວົງ ປະ​ເພດ​ແລ່ນ 100 ​ແມັດ​ຂ້າມ​ຮົ້ວ. ມາ​ຮອດ​ປັດຈຸບັນ ນະຄອນຫຼວງວຽງ​ຈັນ ​ໄດ້​​ໄປ​ແລ້ວ 5 ຫຼຽນຄຳ ​ໃນ​ກິລາ​ປະ​ເພດ​ດັ່ງກ່າວ.

ສ່ວນ​ແຂວງ​ຈຳປາ​ສັກ ຄວ້າ​ໄດ້ 1 ຫຼຽນຄຳ ຈາກ​ນາງ ຫວານ​ໃຈ ​ແກ້ວ​ຄຳ​ດີ ປະ​ເພດ​ແລ່ນ 2.000 ​ແມັດ​ວິບາກ​ຍິງ, ​ແຂວງ​ວຽງ​ຈັນ ​ໄດ້ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ແລ່ນ 3.000 ​ແມັດ​ວິບາກ​ຊາຍ, 1 ຫຼຽນທອງ ປະ​ເພດ​ແລ່ນ 2.000 ​ແມັດ​ວິບາກ​ຍິງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້ 1 ຫຼຽນ​ເງິນ ຈາກ​ນາງ ສຸດ​ພະ​ສອນ ຜັນ​ວາດ​ວົງ​ສຸກ ປະ​ເພດຊັດຫຼາວຍິງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ 1 ຫຼຽນ​ເງິນ​ປະ​ເພດ​ແກວ່ງ​ຈານ​ຍິງ, ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້ 1 ຫຼຽນທອງ ປະ​ເພດ​ຊັດຫຼາວຍິງ, ​ແຂວງຫຼວງນ້ຳ​ທາ​ໄດ້ 1 ຫຼຽນທອງ ຈາກ​ ປະ​ເພດ​ແລ່ນ 3.000 ​ແມັດ​ວິບາກ​ຊາຍ ​ແລະ ​ແຂວງ​ອຸດົມ​ໄຊ ​ໄດ້ 1 ຫຼຽນທອງ​ຈາກ​ປະ​ເພດ​ແກ​ວ່ງຈານ.

ຂະນະ​ທີ່​ລາຍ​ງານ​ຂ່າວ​ຢູ່​ນີ້ ຍັງ​ມີ​ການ​ດຳ​ເນີ​ນການ​ແຂ່ງຂັນ​ອີກ 6 ລາຍການ ປະກອບ​ມີ ​ແລ່ນ 200 ​ແມັດ​ຍິງ, ​ແລ່ນ 200 ​ແມັດຊາຍ, ​ແລ່ນ 1.500 ​ແມັດ​ຍິງ, ​ແລ່ນ 1.500 ​ແມັດ​ຊາຍ, ​ແລ່ນ 400 ​ແມັດ​ຂ້າມຮົ້ວ​ຍິງ ​ແລະ ​ແລ່ນ 400 ​ແມັດ​ຂ້າມ​ຮົ້ວ​ຊາຍ. ສ່ວນ​ຜົນ​ຈະ​ເປັນ​ແນວ​ໃດ​ຈະລາ​ຍງານ​ໃຫ້​ຊາບ​ພາຍຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ