ປກສ ຄວ້າ 3 ຫຼຽນຄຳ ກິລາ​ແລ່ນ—ລານ ອຸດົມ​ໄຊ​ ​ເກ​ມ
2014-12-13 18:00:13  cri 
ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ (ປກສ) ຄວ້າ 3 ຫຼຽນຄຳ ປະ​ເພດ​ຊຸກ​ນ້ຳໜັກ​ຍິງ, ​ແລ່ນ 4x100 ​ແມັດ​ຊາຍ ​ແລະ ຍ່າງ 5.000 ຊາຍ ພາຍຫຼັງກ່ອນ​ໜ້າ​ນີ້ ຄວ້າ​ໄດ້ 1 ຫຼຽນຄຳ ຈາກ​ປະ​ເພດ​ເຕັ້ນ 3 ກ້າວ​ຊາຍ ​ໃນ​ການ​ແຂ່ງຂັນ​ກິລາ​ແລ່ນ—ລານ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 13—21 ທັນວາ​ນີ້ ທີ່​ແຂວງ​ອຸດົມ​ໄຊ.

ການ​ແຂ່ງຂັນ​ກິລາ​ແລ່ນ—​ລານ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ​ໄດ້​ດຳ​ເນີນ​ມາ​ເປັນ​ມື້​ທີ 3 ​ໃນ​ວັນ​ທີ 11 ທັນວາ ຜ່ານ​ມາ ທີ່​ສະໜາມກິລາ​ແຂວງ ​ໂດຍ​ມີ​ການ​ຊີງ​ໄຊ 7 ລາຍການ ຜົນ​ປາ​ກົດ​ວ່າ: ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ (ປກສ) ຄວ້າ 3 ຫຼຽນຄຳ ຈາກ​ນາງ ສຸດ​ພະ​ສອນ ຜັນ​ວາດ​ວົງ​ສຸກ ປະ​ເພດ​ຊຸກ​ນ້ຳໜັກ​ຍິງ, ທ້າວ ອັກສອນສາດ ລາດ​ສະ​ວົງ ທ້າວ ສາຍ​ຝົນຫຼວງສຸລິນ ທ້າວ​ສຸກ​ສະຫວັນ ຕົ້ນ​ສັກ​ເທວາ ​ແລະ ທ້າວ ​ແສງ​ເພັດ ພົມ​ພັກດີ ປະ​ເພດ​ແລ່ນ 4x100 ຫຼວງສຸລິນ ທ້າວ ສຸກ​ສະຫວັນ ຕົ້ນ​ສັກ​ເທວາ ​ແລະ ທ້າວ ​ແສງ​ເພັດ ພົມ​ພັກດີ ປະ​ເພດ​ແລ່ນ 4x100 ​ແມັດຊາຍ ​ແລະ ທ້າວ ບຸນ​ຕ້ອມ ສິງ​ລໍ​ຄຳ ປະ​ເພດ​ຍ່າງ 5.000 ຊາຍ, ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ອີກ 2 ຫຼຽນ​ເງິນ ຈາກ​ປະ​ເພດ​ແລ່ນ 4x100 ​ແມັດ​ຍິງ ​ແລະ ປະ​ເພດ​ເຕັ້ນ​ຍາວ​ຊາຍ. ຂະນະ​ທີ່​ກ່ອນ​ໜ້າ​ນີ້ ຄວ້າ​ໄດ້ 1 ຫຼຽນຄຳ ຈາກ​ທ້າວ ດວງ​ໃຈ ​ໄພ​ມະນີ ປະ​ເພດ​ເຕັ້ນ 3 ກ້າວ​ຊາຍ. ຂະນະ​ທີ່ ກ່ອນ​ໜ້າ​ນີ້ ຄວ້າ​ໄດ້ 1 ຫຼຽນຄຳ ຈາກທ້າວ ດວງ​ໃຈ ​ໄພ​ມະນີ ປະ​ເພດ​ເຕັ້ນ 3 ກ້າວ ​ແລະ 2 ຫຼຽນທອງ ຈາກ​ປະ​ເພດ​ເຕັ້ນ 3 ​ກ້າວ​ຊາຍ ​ແລະ ​ແລ່ນ 100 ​ແມັດ​ຍິງ​ຂ້າມ​ຮົ້ວ.

ສ່ວນ ນະຄອນຫຼວງວຽງ​ຈັນ ຄວ້າ​ໄດ້ອີກ 2 ຫຼວງຄຳ​ປະ​ເພດ ​ແລ່ນ 4x100 ​ແມັດ​ຍິງ, ​ແລ່ນ 3.000 ​ແມັດ​ຍິງ, 1 ຫຼຽນ​ເງິນ ຈາກ​ປະ​ເພດ​ຊຸກ​ນ້ຳ​ໜັກ​ຍິງ ​ແລະ 1 ຫຼຽນທອງ ຈາກ​ປະ​ເພດ​ຊຸກ​ນ້ຳໜັກ​ຍິງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ 1 ຫຼຽນຄຳ ປະ​ເພດ​ເຕັ້ນ​ຍາວ​ຊາຍ ​ແລະ​ ກະຊວງ​ພະລັງງານ—ບໍ່​ແຮ່ ​ໄດ້ 1 ຫຼຽນຄຳ ຈາກ​ປະ​ເພດ​ເຕັ້ນ​ຍາວ​ຍິງ ​ແລະ 1 ຫຼຽນ​ເງິນ ປະ​ເພດ ​ແລ່ນ 4x100 ​ແມັດ​ຊາຍ, ​ແຂວງ​ສະຫວັນນະ​ເຂດ ​ໄດ້ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ຍ່າງ 5.000 ຊາຍ, 4 ຫຼຽນທອງ​ຈາກ​ປະ​ເພດ ​ແລ່ນ 4x100 ​ແມັດ​ຊາຍ, ປະ​ເພດ​ຍ່າງ 5.000 ຊາຍ, ​ແລ່ນ 4x100 ​ແມັດ​ຍິງ​ ​ແລະ ປະ​ເພດ​ເຕັ້ນ​ຍາວ​ຍິງ, ​ແຂວງ​ໄຊ​ຍະ​ບູລີ ​ໄດ້ 1 ຫຼຽນ​ເງິນ ຈາກ​ແລ່ນ 3.000 ​ແມັດ​ຍິງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ເຕັ້ນ​ຍິງ, ​ແຂວງ​ວຽງ​ຈັນ ​ໄດ້ 1 ຫຼຽນທອງ​ ຈາກ​ປະ​ເພດ​ແລ່ນ 3.000 ​ແມັດ​ຍິງ, ກະຊວງ​ສາທາລະນະ​ສຸກ ​ໄດ້ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ເຕັ້ນ​ຍາວ​ຊາຍ.

ຂະນະ​ທີ່​ຜົນ​ການ​ແຂ່ງຂັນ​ອີກ 6 ລາຍການ ​ໃນ​ຕອນ​ແລງ​ວັນ​ທີ 10 ທັນວາ 2014 ປາກົດ​ວ່າ: ​ແລ່ນ 200 ​ແມັດ​ຍິງ ຫຼຽນຄຳ​ແມ່ນ ນະຄອນຫຼວງວຽງ​ຈັນ, ຫຼຽນ​ເງິນ ​ແມ່ນ​ຈຳປາ​ສັກ ​ແລະ ຫຼຽນທອງ​ແມ່ນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ​ແລ່ນ 200 ​ແມັດ​ຊາຍ ຫຼຽນຄຳ ​ແມ່ນ​ກະຊວງ​ພະລັງງານ—ບໍ່​ແຮ່, ຫຼຽນ​ເງິນ ​ແມ່ນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຫຼຽນທອງ ​ແມ່ນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ແລ່ນ 1.500 ​ແມັດ​ຍິງ ຫຼຽນຄຳ ​ແມ່ນ​ນະຄອນຫຼວງວຽງ​ຈັນ, ຫຼຽນ​ເງິນ ​ແມ່ນ ຈຳປາ​ສັກ ​ແລະ ຫຼຽນທອງ ​ແມ່ນ​ຊຽງ​ຂວາງ, ​ແລ່ນ 1.500 ​ແມັດ​ຊາຍ ຫຼຽນ​ຄຳ ​ແມ່ນ​ແຂວງ​ວຽງ​ຈັນ, ຫຼຽນ​ເງິນ​ແມ່ນ​ແຂວງຫຼວງພະ​ບາງ ​ແລະ ຫຼຽນທອງ ​ແມ່ນ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ແລ່ນ 400 ​ແມັດ​ຂ້າມ​ຮົ້ວຍິງຫຼຽນຄຳ ​ແມ່ນ​ນະຄອນຫຼວງວຽງ​ຈັນ, ຫຼຽນ​ເງິນ ​ແມ່ນ​ສະຫວັນ​ນະ​ເຂດ ​ແລະ ຫຼຽນທອງ ​ແມ່ນ​ນະຄອນຫຼວງວຽງ​ຈັນ ​ແລະ ​ແລ່ນ 400 ​ແມັດ​ຂ້າມ​ຮົ້ວ​ຊາຍ ຫຼຽນຄຳ ​ແມ່ນ​ນະຄອນຫຼວງວຽງ​ຈັນ, ຫຼຽນ​ເງິນ ​ແມ່ນ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະຫຼຽນທອງ ​ແມ່ນ ກະຊວງ​ພະລັງງານ—ບໍ່​ແຮ່.

ສຳລັບ ການ​ແຂ່ງຂັນ​ກິລາ​ແລ່ນ—ລານ ຈະ​ໄດ້​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 14 ທັນວາ​ນີ້ ​ແລະ ​ໃນ​ວັນ​ທີ 12 ທັນວາ ກໍ່​ມີ ການ​ຊີງຫຼຽນຄຳ 3 ລາຍການ ປະກອບ​ມີ ຊຸກ​ນ້ຳໜັກ​ຊາຍ, ​ແລ່ນ 5.000 ຊາຍ ​ແລະ ​ເຕັ້ນ​ສູງ​ຍິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ