ຈຳປາ​ສັກ ​ໄລ່​ຕ້ອນ ກອງທັບ 3—1 ຂຶ້ນ​ເປັນ​ທີ​ມນຳ​ກຸ່ມ ກ …. ຂະນະ​ທີ່ ​ເຈົ້າພາບ ມີ​ໂອກາດ​ເຂົ້າ​ຮອບ​ສອງ​ເຖິງ 90 ​ເປີ​ເຊັນ ​ເຕະ​ບານ​ຊາຍ ອຸດົມ​ໄຊ ​ເກ​ມ
2014-12-13 18:35:55  cri 
ນັກ​ເຕະບານ​ແຂວງ​ຈຳປາ​ສັກ ​ໄລ່​ຕ້ອນ​ເອົາ​ຊະນະ ທີ​ມກະຊວງ​ປ້ອງ​ກັນ​ປະ​ເທດ (ກອງທັບ) ​ໄປ 3—1 ປະຕູ ​ເກັບ​ໄຊ​ເປັນ​ນັດ​ທີສອງ​ຕິດ​ຕໍ່​ກັນ ຂຶ້ນ​ເປັນ​ທີ​ມນຳ​ກຸ່ມ ກ ຊົ່ວຄາວ…ຂະນະ​ທີ່ ທີ​ມອຸດົມ​ໄຊ​ເຈົ້າພາບ ມີ​ໂອກາດ​ລອຍ​ນ້ຳ​ເຂົ້າ​ຮອບ​ທີ​ສອງ​ແລ້ວ​ເຖິງ 90 ​ເປີ​ເຊັນ ພາຍຫຼັງ ລົງ​ແຂ່ງຂັນ 4 ນັດ ຊະນະ 3 ນັດ ສະ​ເໝີ 1 ນັດ ມີ 10 ຄະ​ແນນ ​ໃນ​ການ​​ແຂ່ງຂັນ​ເຕະບານ​ຊາຍ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ມີ​ພິທີ​ເປີດ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 13—21 ທັນວາ​ນີ້.

ການ​ແຂ່ງຂັນ​ເຕະບານ​ຊາຍ​ຮອບ​ຄັດ​ເລືອກ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ Ⅹ ​ໃນ​ວັນ​ທີ 11 ທັນວາ​ນີ້ ທີ່​ສະໜາມກິລາ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ການ​ລົງ​ສະໜາມ​ແຂ່ງຂັນ 2 ຄູ່ ​ໃນ​ກຸ່ມ ກ, ​ໃນ​ນີ້ ຄູ່​ທຳ​ອິດ​ເປັນ​ການ​ພົບ​ກັນ​ລະຫວ່າງ ທີ​ມ​ແຂວງ​ຈຳປາ​ສັກ ຕົວ​ເຕັງ​ໃນ​ກຸ່ມ​ນີ້ ​ແລະ​ທີ​ມກະຊວງ​ປ້ອງ​ກັນ​ປະ​ເທດ, ​ເຊິ່ງການ​ລົງ​ສະໜາມ​ຄັ້ງ​ນີ້ ​ແມ່ນ​ເປັນ​ນັດ​ທີ​ສອງ​ຂອງ​ທັງ​ສອງ​ທີ​ມ. ຜ່ານ​ການ​ແຂ່ງຂັນ ປາກົດ​ວ່າ ​ໃນ​ເຄິ່ງ​ເວລາ​ທຳ​ອິດ ທັງ​ສອງ​ທີ​ມຕ່າງ​ກໍ່​ເປີດ​ເກ​ມບຸກ​ເຂົ້າ​ໃສ່​ກັນ ​ເພື່ອ​ຫວັງ​ຍິງ​ປະຕູ​ຂຶ້ນ​ນຳ​ກ່ອນ ​ແຕ່​ກໍ່​ບໍ່​ເປັນ​ຜົນ ຈົນ​ມາ​ນາທີໆ 32 ກອງ​ເຊຍ ທີມກອງທັບກໍ່​ໄດ້​ເຮ​ທົ່ວ​ທັງ​ສະໜາມ ​ເມື່ອ ​ໄຊສົງຄາມ ຈຳປາ​ທອງ ຍິງ​ປະຕູ​ໃຫ້​ກອງທັບ​ຂຶ້ນ​ນຳ​​ໄປ​ກ່ອນ 1—0 ປະຕູ. ຂະນະ​ດຽວ​ກັນ ບໍ່ພໍ​ເທົ່າ​ໃດ​ນາທີ ກອງ​ເຊຍ ທີ​ມຈຳປາ​ສັກ ກໍ່​ໄດ້​ເຮ​ເຊັ່ນ​ກັນ ​ເມື່ອ ສັງວອນ ພິມ​ມະ​ເສນມາ​ຍິງ​ປະຕູ​ຕີ​ສະ​ເໝີ​ໄດ້ ​ໃນ​ນາທີໆ 35. ຫຼັງຈາກ​ນັ້ນ ທັງ​ສອງ​ທີ​ມກໍ່​ຍິງ​ປະຕູ​ກັນ​ເພີ່​ມບໍ່​ໄດ້​ຈົບ​ເຄິ່ງ​ເວລາ​ທຳ​ອິດ ທັງ​ສອງ​ທີ​ມສະ​ເໝີ​ກັນ​ໄປ 1—1 ປະຕູ.

​ໃນ​ເຄິ່ງ​ເວລາ​ທີ​ສອງ ທັງ​ສອງ​ທີ​ມກໍ່​ໄດ້​ປ່ຽນ​ກັນ​ບຸກປ່ຽນ​ກັນ​ຮັບ ​ແຕ່​ກໍ່​ແມ່ນ​ທີ​ມຈຳປາ​ສັກ ທີ່​ໄດ້​ປະຕູ​ຂຶ້ນ​ນຳ​ກ່ອນ ​ໃນ​ນາທີໆ 51 ຈາກ​ ​ໄຊ​ຍາ ​ເມືອງ​ມະນີ. ຫຼັງຈາກ​ເສຍ​ປະຕູ​ທີ​ສອງ​ແລ້ວ​ທີ​ມກອງທັບ ກໍ່​ເປີດ​ເກ​ມບຸກຢ່າງ​ເຕັມທີ່ ​ເພື່ອ​ໄລ່​ຕີ​ສະ​ເໝີ​ໃຫ້​ໄດ້ ​ແຕ່​ກໍ່​ບໍ່​ເປັນ​ຜົນ ຖືກ ຈຳປາ​ສັກ ຍິງ​ນຳ​ຮ່າງ​ໄປ​ອີກ ​ເປັນ 3—1 ຈາກ​ ​ໄຊ​ຍາ ​ເມືອງ​ມະນີ ຄົນ​ເກົ່າ ​ໃນ​ນາທີໆ 64. ທັງ​ນີ້ ​ເຖິງ​ແມ່ນ​ວ່າ ກອງທັບ ຈະ​ເສຍປຽບ ​ແລະ ຖືກ​ກົດ​ດັນ ​ແຕ່​ກໍ່​ຍັງ​ບໍ່​ລົດ​ລະ​ໃນ​ຄວາມ​ພະຍາຍາມ​ຈະ​ຍິງ​ປະຕູ​ຂຶ້ນ​ມາຕີ​ຕື້ນ ຫຼື ຕີ​ໃຫ້​ສະ​ເໝີ ​ແຕ່​ໂອກາດ​ບໍ່​ເຂົ້າ​ຂ້າມ ຈົບ 90 ນາທີ ​ເປັນ​ຝ່າຍ ຈຳປາ​ສັກ ​ເອົາ​ຊະນະ​ໄປ 3—1 ປະຕູ ​ເປັນ​ໄຊ​ຊະນະ​ນັດ​ທີ​ສອງ​ຕິດ​ຕໍ່​ກັນ ມີ 6 ຄະ​ແນນ ຂຶ້ນ​​ເປັນ​ທີ​ມນຳ​ກຸ່ມ ກ ຊົ່ວຄາວ. ສ່ວນ​ກອງທັບ​ມີ 3 ຄະ​ແນນ ​ເທົ່າ​ກັບ​ນະຄອນຫຼວງວຽງ​ຈັນ ​ແຕ່​ລູກ​ໄດ້ຫຼາຍກວ່າ.

ສ່ວນ​ຜົນ​ການ​ແຂ່ງຂັນ​ຄູ່​ທີ​ສອງ ລະຫວ່າງ ທີ​ມ​ແຂວງ​ບໍ່​ແກ້ວ ​ແລະ ນະຄອນຫຼວງວຽງ​ຈັນ ປາກົດ​ວ່າ ທີ​ມບໍ່​ແກ້ວ ​ໂຊ​ຜົນງານ​ໄດ້​ດີ ​ເຖິງ​ຈະ​ເປັນ​ແຂວງ​ນ້ອຍ ສາມາດ​ຢັນ​ສະ​ເໝີ 0—0 ປະຕູ​ໃນ​ເຄິ່ງ​ເວລາ​ທຳ​ອິດ. ຂະນະ​ທີ່ ​ໃນ​ເຄິ່ງ​ເວລາ​ທີ​ສອງ ​ເກ​ມ ຂອງ​ທັງ​ສອງ​ທີ​ມບໍ່​ໄດ້​ຂາດ​ກັນ​ຕ່າງ​ຝ່າຍ​ຕ່າງ​ກໍ່​ມີ​ໂອກາດ​ໄດ້​ຍິງ​ປະຕູ​ກັນຫຼາຍຄັ້ງ ​ແຕ່​ບໍ່​ເປັນ​ຜົນ ຈົນ​ນາທີ​ໆ 61 ນະຄອນຫຼວງວຽງ​ຈັນ ​ໄດ້​ຈຸດ​ໂທດ ​ແລະ ສິດທິ​ເດດ ຂັນ​ທະ​ວົງ (ທີ​ມຊາດ) ​ເປັນ​ຜູ້ຍິງ​ເຂົ້າ​ໄປ​ຢ່າງ​ສວຍ​ງາມ ຈົບ​ເຄິ່ງ​ເວລາ​ທີ​ສອງ ​ເຮັດ​ໃຫ້​ນະຄອນຫຼວງວຽງ​ຈັນ ​ເອົາ​ຊະນະ​ບໍ່​ແກ້ວ ​ໄປ​ແບບ​ວຸດ​ວິດ 1—0 ປະຕູ.

ຂະນະ​ທີ່ ທີ​ມອຸດົມ​ໄຊ ​ເຈົ້າພາບ ມີ​ໂອກາດ​ລອຍ​ລຳ​ເຂົ້າ​ຮອບ​ທີສອງ​ແກ້ວ​ເຖິງ 90 ​ເປີ​ເຊັນ​ພາຍຫຼັງ ລົງ​ແຂ່ງຂັນ 4 ນັດ ຊະນະ 3 ນັດ ສະ​ເໝີ 1 ນັດ ມີ 10 ຄະ​ແນນ ​ເປັນ​ທີ​ມນຳ ກຸ່ມ ຂ ​ແຕ່​ຍັງ​ໄດ້​ລຸ້ນ ທີ​ມສະຫວັນ​ນະ​ເຂດ ທີ່​ຫາ​ກໍ່​ລົງ​ສະໜາມ 2 ນັດ ຊະນະ 1 ນັດ ສະ​ເໝີ 1 ນັດ ມີ 4 ຄະ​ແນນ ​ແລະ ທີ​ມ ປກສ ກໍ່​ມີ 4 ຄະ​ແນນ ​ເຊັ່ນ​ກັນ ພາຍຫຼັງລົງ​ສະໜາມ 2 ນັດ ຊະນະ 1 ນັດ ສະ​ເໝີ 1 ນັດ. ສ່ວນ​ໄຊ​ຍະ​ບູລີ ​ແລະ ຜົ້ງ​ສາລີ ​ແມ່ນ​ມີ​ໂອກາດ​ບໍ່ຫຼາຍທີ່​ຈະ​ຜ່ານ​ເຂົ້າ​ຮອບ​ສອງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ