ການ​ມຸ້ງໜ້າສູ່​ອຸດົມ​ໄຊເກ​ມຂອງນັກ​ຂ່າວ CRI
2014-12-13 18:54:26  cri 

​ໃນ​ວັນ​ທີ 11 ທັນວາ, ລົດ​ນັກ​ຂ່າວ ​CRI FM93 MHz ​ໄດ້​ອອກ​ເດີນທາງ​ຈາກ​ວຽງຈັນ ມຸ້ງໜ້າສູ່ ​ແຂວງ ອຸດົມ​ໄຊ ​ເພື່ອ​ຮ່ວມ​ລາຍ​ງານ​ຂ່າວພິທີ​ເປີດ​ການ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ຢູ່ ​ແຂວງ ອຸດົມ​ໄຊ ​ໃນ​ວັນ​ທີ 13 ທັນວາ 2014, ​ໂດຍ​ທີ​ມງານ​ນັກ​ຂ່າວ CRI ປະກອບ​ມີ: ດວງ​ພະຈັນ, ​ແກ້ວ​ປະ​ເສີດ, ລັດຕະນະ​ພອນ ​ແລະ ສຸກ​ສົມ​ປອງ, ຊຶ່ງ​ການ​ເດີນທາງ​ດັ່ງກ່າວ ນີ້, ກໍ​ເປັນ​ຄັ້ງ​ທຳ​ອິດ ທີ່​ນັກ​ຂ່າວ CRI ຄື: ດວງ​ພະຈັນ, ​ແກ້ວ​ປະ​ເສີດ ​ແລະ ສຸກ​ສົມ​ປອງ ທີ່​ຈະ​​ໄດ້​ມາ​ແຂວງ ອຸດົມ​ໄຊ, ​ແຕ່ ສຳລັບ ລັດຕະນະ​ພອນ ​ແມ່ນ​ເປັນ​ຄັ້ງ​ທີ 2 ​ແລ້ວ ທີ່​ໄດ້​ມາ. ຊຶ່ງ ລົດ​ເກັງ​ຄັນ​ນ້ອຍ​ສີດຳ ທີ່​ໃຊ້​ແລ່ນ​ຮັບ​ໃຊ້​ໃນ​ການ​ເກັບ​ກຳ​ຂ່າວ ຄັ້ງ​ນີ້ ກໍ​ໄດ້​ຂັບ​ຂີ່​ໄປ​ຕາມ​ເສັ້ນທາງ 13 ​ເໜືອ, ກ່ອນ​ຈະ ​ໄດ້​ມາ​ຢຸດ​ພັກ ທີ່​ແຂວງ ຫຼວງພະ​ບາງ ໜຶ່ງຄືນ ​ແລະ ​ໃນ​ຕອນ​ເຊົ້າ ວັນ​ທີ 12 ກໍ​ໄດ້​ເດີນທາງ​ມຸ້ງໜ້າຕໍ່ສູ່​ແຂວງ ອຸດົມ​ໄຊ, ການ​ເດີນທາງ ​ແມ່ນ​ມີ​ການ​ຈອດ​ລົດ ພັກ​ເຊົາ ​ແວ່​ຊົມ​ທິວ​ທັດ​ທຳ​ມະ​ຊາດອັນ​ສວຍ​ງາມ​ຂອງ​ທາງ​ພາກ​ເໜືອ ຊຶ່ງ ​ແກ້ວ​ປະ​ເສີດ ທີ່​ຂັບ​ລົດ ​ໄດ້​ກ່າວ​ວ່າ: ພູຜາປ່າ​ໄມ້ ຢູ່ ​ແຂວງ ພາກ​ເໜືອ​ແມ່ນ​ງາມຫຼາຍ, ​ເຊັ່ນ​ດຽວກັບ ສຸກ​ສົມ ປອງ ທີ່​​ໄດ້​ລົງ​ເກັບ​ຖ່າຍຮູບ​ພາບ​ໃນ​ຕອນ​ພັກ​ເຊົາ ​ເພາະ​ຄວາມ​ສວຍ​ງາມ ​ແລະ ຢາກ​ເກັບ​ພາບ​ໄວ້​ເປັນຄວາມ​ຊົງ​ຈຳ ຄັ້ງໜຶ່ງທີ່​ມາ​ແຂວງ ອຸດົມ​ໄຊ. ຮອດ​ເວລາ 18 ​ໂມງ ລົດ​ນັກ​ຂ່າວ CRI ກໍ​ໄດ້​ມາ​ເຖີງ​ແຂວງ ອຸດົມ​ໄຊ ຕາມ​ທີ່​ຕັ້ງ​ໃຈ, ຊຶ່ງ​​ເຫັນ​ໄດ້​ວ່າ ​ແຂວງ ອຸດົມ​ໄຊ ​ນີ້ສວຍ​ງາມຫຼາຍ, ມີ​ການ​ປະດັບ​ເອ້ຍ້ອງ, ຕິດ​ທຸງຊາດ​, ປ້າຍ​ຄຳ​ຂັວນງານ ກິລາ​ແຫ່ງ​ຊາດຕາມ​ເສັ້ນທາງ​ສອງ​ຝາກ​ຂ້າງ ​ແລະ ທາງ​ແຂວ​ງ ອຸດົມ​ໄຊ ກໍ​ພ້ອມ​ແລ້ວ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 10 ນີ້.


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ