ປິ່ງ​ປ່ອງ ປກສ ປະກາດ​ສັກດາ ຄວ້າ ​3 ຫຼຽນ​ຄຳ ອຸດົມ​ໄຊ ​ເກ​ມ
2014-12-13 17:44:06  cri 

ທີ​ມນັກ​ກິລາ​ປິ່ງ​ປ່ອງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ປະກາດ​ສັກດາ ຄວ້າ 3 ຫຼຽນ​ຄຳ ​ໄດ້​ເປັນ​ເຈົ້າ​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ດັ່ງກ່າວ……​ຂະນະ​ທີ່ ນະຄອນຫຼວງ​ວຽງ​ຈັນ ຄວ້າ 2 ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ລິ​ລາ​ເທັນ​ນິສ ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີⅹ ຫຼື ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ເປີດ​ສາກ​ຢ່າງ​ເປັນ​ທາງ​ການລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້.

​ໃນ​ຕອນ​ບ່າຍ​ມື້ວານ​ນີ້ (7 ທັນວາ) ທີ່​ມະ​ໂມ​ສອນ​ໃໝ່​ຂອງ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ພິທີ​ມອບ​ຫຼຽນ​ລາງວັນ​ໃຫ້​ແກ່​ນັກ​ກິລາ​ປິ່ງ​ປ່ອງ​ຊະນະ​ເລີດ ​ໃນ​ອຸດົມ​ໄຊ ​ເກ​ມ​ໂດຍ​ເປັນ​ກຽດ​ມອບຂອງ​ທ່ານ​ຄຳ​ຫຼ້າ ລີ້​ງນະ​ສອນ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ​, ​ເຈົ້າ​ແຂວງ​ອຸດົມ​ໄຊ, ທ່ານ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກສາ​ທິການ ​ແລະ ລິ​ລາ ພ້ອມ​ດ້ວຍ​ຄະນະ​ນຳ​ທີ່​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ ​ແລະ ​ແຂວງ​ເຂົ້າ​ຮ່ວມ.

ການ​ແຂ່ງຂັນ​ລິ​ກາ​ປິ່ງ​ປ່ອງ​ໄດ້​ເລິ່ມຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 3-5 ທັນວາ 2014 ​ໂດຍ​ມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ 7 ຫຼຽນ​ຄຳ ​ແລະ ມີ​ນັກ​ກິລາ​ຈາກ 10 ພາກສ່ວນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ ນັກ​ກິລາ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໂຊ​ຟອມ​ໄດ້​ສົມ​ສັກ​ສີ ປະກາດ​ສັກດາ​ຄວ້າ​ມາ​ໄດ້ 3 ຫຼຽນ​ຄຳ ​ໃນ​ປະ​ເພດ​ທີ​ມຊາຍ, ຄູ່​ຊາຍ ​ແລະ ປະ​ເພດ​ດ່ຽວ​ຊາຍ. ຂະນະ​ດຽວ​ກັນ ນະຄອນຫຼວງ​ວຽງ​ຈັນ ຄວ້າ​ມາ​ໄດ້ 2 ຫຼຽນ​ຄຳ ​ໃນ​ປະ​ເພດ​ຄູ່​ຍິງ ​ແລະ ດ່ຽວ​ຍິງ, ພ້ອມ​ດຽວ​ກັນ​ນີ້ ຍັງ​ຄວ້າ​ອີກ 1 ຫຼຽນ​ເງິນ ປະ​ເພດ​ທີ​ມຍິງ. ສ່ວນ​ແຂວງ​ຫຼວງພະ​ບາງ​ຄວ້າ 1 ຫຼຽນ​ຄຳປະ​ເພດ​ຄູ່​ປະສົມ ພ້ອມ​ກັບ 4 ຫຼຽນ​ເງິນ ປະ​ເພດ​ທີ​ມຊາຍ, ຄູ່​ຊາຍ, ດ່ຽວ​ຊາຍ, ດ່ຽວ​ຍິງ ​ແລະ 5 ຫຼຽນ​ທອງ​ໄດ້​ຈາກ​ປະ​ເພດ​ທີ​ມຍິງ, ຄູ່​ຊາຍ, ຄູ່​ຍິງ, ຄູ່​ປະສົມ ​ແລະ 3 ຫຼຽນ​ທອງ ປະ​ເພດ​ຄູ່​ຍິງ ​ແລະ ປະ​ເພດດ່ຽວ (ມີ 2 ຄົນ), ກະຊວງ​ພາຍ​ໃນ​ໄດ້ 1 ຫຼຽນ​ເງິນ ປະ​ເພດ​ຄູ່​ຍິງ ​ແລະ 2 ຫຼຽນ​ທອງ​ປະ​ເພດ​ທີ​ມຍິງ ​ແລະ ປະ​ເພດ​ຄູ່​ປະສົມ, ​ແຂວງ​ຄຳ​ມ່ວນ ​ໄດ້ 2 ຫຼຽນ​ທອງ ຈາກ​ປະ​ເພດທີ​ມຊາຍ ​ແລະ ປະ​ເພ​ດ່ຽວ​ຊາຍ, ​ແຂວງຈຳ​ປາ​ສັກ​ໄດ້ 1 ຫຼຽນ​ທອງ ຈາກ​ປະ​ເພດ​ຄູ່​ຊາຍ, ​ແຂວງ​ຫຼວງ​ນ້ຳ​ທາ​ໄດ້ 1 ຫຼຽນ​ທອງ​ຈາກ​ປະ​ເພດ​ທີ​ມຊາຍ. ສ່ວນ​ແຂວງ​ອັດ​ຕະປື ​ແລະ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ບໍ່​ໄດ້​ຈັກ​ຫຼຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ