ຈຳປາ​ສັກ ຄອງ​ເຈົ້າ​ຫຼຽນຄຳ ກິລາ​ຊ່ວງ​ເຮືອ ອຸດົມ​ໄຊ ​ເກ​ມ
2014-12-13 17:45:06  cri 

ແຂວງ​ຈຳປາ​ສັກ​ໄດ້​ຄອງ​ເຈົ້າ​ຫຼຽນ​ຄຳ​ ລິ​ກາ​ຊ່ວງ​ເຮືອ ​ໃນງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ ⅹ ຫຼື​ອຸດົມ​ໄຊ ​ເກ​ມ ທີ່​ຈະ​ໄດ້​ມີ​ພິທີ​ເປີດ​ສາກ​ຢ່າງ​ເປັນ​ທາງການ ລະຫວ່າງ​ວັນ​ທີ 13-21 ທັນວາ​ນີ້ ພາຍຫຼັງ​ທີ່​ຄວ້າ​ມາ​ໄດ້​ເຖິງ ​3 ຫຼຽນ​ຄຳ. ສ່ວນ​ແຂວງ​ບໍລິ​ຄຳ​ໄຊ​ ຄວ້າ 2 ຫຼຽນ​ຄຳ​ໄປ​ຄອງ

ການ​ແຂ່ງຂັນ​ລິ​ກາ​ຊ່ວງ​ເຮືອ ​ໃນ​ງານ​ມະຫາ​ກຳ​ລິ​ກາ​ແຫ່ງ​ຊາດ​ຄັ້ງ​ທີ ⅹ ຫຼື ອຸດົມ​ໄຊ ​ເກ​ມ ​ໄດ້​ປິດ​ສາກ​ລົງ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ໃນ​ຕອນ​ແລງ​ວັນ​ທີ 7 ທັນວາ ຜ່ານ​ມາ​ທີ່​ອ່າງ​ນ້ຳ​ຫີນ ​ແຂວງ​ອຸດົມ​ໄຊ​ພາຍຫຼັງ​ໄດ້​ດຳ​ເນີນ​ມາ​ແຕ່​ວັນ​ທີ 4 ທັນວາ 2014 ​ໂດຍ​​ໃຫ້​ກຽດ​ມອບ​ລາງວັນ​ຂອງ​ທ່ານ​ຄຳ​ຫຼ້າ ລີ້​ງນະ​ສອນ ກຳມະການ​ສູນ​ກາງ​ພັກ, ​ເວລາ​ພັກ​ແຂວງ, ​​ເຈົ້າ​ແຂວງ​ອຸດົມ​ໄຊ​, ທ່ານ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກສາ​ທິການ ​ແລະ ກິລາ ພ້ອມ​ດ້ວຍ​ຄະນະ​ນຳທີ່​ກ່ຽວຂ້ອງ​ຂັ້ນ​ສູງ​ກາງ ​ແລະ ​ແຂວງ​ເຂົ້າ​ຮ່ວມ.

ສະ​ເພາະ​ກິລາ​ຊ່ວງ​ເຮືອ ​ໃນ​ງານ​ຄັ້ງ​ນີ້​ມີ​ການ​ຊີ​ງ​ໄຊ​ກັນ​ທັງ​ໝົດ 8 ຫຼຽນ​ຄຳ, ​ໃນ​ນີ້ ​ແຂວງ​ຈຳປາ​ສັກ ສາມາດ​ຄວ້າ​ມາ​ໄດ້ 3 ຫຼຽນຄຳ ປະ​ເພດ 12 ສີພາຍ​ຍິງ ​ໄລຍະ 1,000 ​ແມັດ, 22 ສີພາຍ​ຍິງ ​ໄລຍະ 500 ​ແມັດ ​ແລະ 12 ສີພາຍ​ຍິງ ​ໄລຍະ 500 ​ແມັດ, ພ້ອມ​ນີ້, ຍັງ​ໄດ້​ອີກ 1 ຫຼຽນ​ເງິນ ປະ​ເພດ 22 ສີພາຍ​ຍິງ​ໄລຍະ 1,000 ​ແມັດ. ສ່ວນ​ແຂວງ​ບໍລິ​ຄຳ​ໄຊ​ຄວ້າ​ມາ​ໄດ້ 2 ຫຼຽນ​ຄຳປະ​ເພດ 22 ສີພາຍ​ຊາຍ ​ໄລຍະ 1,000 ​ແມັດ ​ແລະ 22 ສີພາຍ​ຊາຍ​ ​ໄລຍະ 500 ​ແມັດ, ພ້ອມ​ກັບ 1 ຫຼຽນ​ທອງ​ປະ​ເພດ 12 ສີພາຍ​ຊາຍ​ໄລຍະ 500 ​ແມັດ, ກະຊວງ​ ປກສ ​ໄດ້ 1 ຫຼຽນ​ຄຳ​ຈາກປະ​ເພດ 22 ສີພາຍ​ຍິງ ​ໄລຍະ1,000 ​ແມັດ, ພ້ອມ​ກັບ 1 ຫຼຽນ​ເງິນ ປະ​ເພດ 12 ສີພາຍ​ຍິງ ​ໄລຍະ 500 ​ແມັດ ​ແລະ 2 ຫຼຽນ​ທອງ ປະ​ເພດ 12 ສີພາຍ​ຍິງ 1,000 ​ແມັດ ​ແລະ 22 ສີພາ​ຍຍິງ 500 ​ແມັດ, ​ແຂວງ​ຫຼວງ​ພະ​ບາງ​ໄດ້ 1 ຫຼຽນ​ຄຳ​ ປະ​ເພດ 12 ສີພາຍ​ຊາຍ 500 ​ແມັດ, ພ້ອມ​ກັບ 1 ຫຼຽນ​ເງິນ​ຈາກ​ປະ​ເພດ 22 ສີພາຍ​ຊາຍ​ໄລຍະ 500 ​ແມັດ, ​ແຂວງ​ຄຳ​ມ່ວນ​ໄດ້ 1 ຫຼຽນ​ຄຳ​ຈາກ​ປະ​ເພດ 12 ສີພາຍ​ຊາຍ​ໄລຍະ 1,000 ​ແມັດ ​ແລະ 1 ຫຼຽນ​ທອງ​ຈາກ​ປະ​ເພດ 22 ສີພາຍ​ຊາຍ​ໄລຍະ 1,000 ​ແມັດ, ​ແຂວງ​ວຽງ​ຈັນ​ໄດ້ 2 ຫຼຽນ​ເງິນ​ຈາກ​ປະ​ເພດ 22 ສີພາຍ​ຍິງ​ໄລຍະ 500 ​ແມັດ ​ແລະ 12 ສີພາ​ຍຍິງ​ໄລຍະ 1,000 ​​ແມັດ, ພ້ອມ​ກັບ 2 ຫຼຽນ​ທອງ​ຈາກ​ປະ​ເພດ 22 ສີພາຍ​ຍິງ ​ໄລຍະ 1,000 ​ແມັດ ​ແລະ 12 ສີພາຍ​ຍິງ​ໄລຍະ 500 ​ແມັດ.

ສ່ວນ​ນະຄອນຫຼວງ​ວຽງ​ຈັນ​ໄດ້ 1 ຫຼຽນ​ເງິນ​ຈາກ​ປະ​ເພດ 12 ສີພາຍ​ຊາຍ ​ໄລຍະ 1,000 ​ແມັດ, ​ແຂວງ​ໄຊ​ຍະ​ບູລີ​ໄດ້ 1 ຫຼຽນ​ເງິນ​ຈາກ​ປະ​ເພດ 12 ສີພາຍ​ຊາຍ​ໄລຍະ 500 ​ແມັດ, ​ແຂວງ​ຜົ້ງ​ສາລີ ​ໄດ້ 1 ຫຼຽນ​ເງິນ​ຈາກ​ປະ​ເພດ 22 ສີພາຍ​ຊາຍ​ໄລຍະ 1,000 ​ແມັດ ​ແລະ ​ເຈົ້າພາບ​ໄດ້ 1 ຫຼຽນ​ທອງ​ຈາກ​ປະ​ເພດ 22 ສີພາຍ​ຊາຍ 500 ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ