ມວນຊົນປະທັບໃຈການເປັນເຈົ້າພາບຈັດງານແຂ່ງຂັນກິລາແຫ່ງຊາດຂອງແຂວງອຸດົມໄຊ
2014-12-14 19:31:30  cri 

ວັນທີ 14 ທັນວານີ້, ທ່ານ ໂອວາດ ຈັນທະວົງ, ຫົວໜ້າກອງເລຂາ ຈັດງານກິລາແຫ່ງຊາດຄັ້ງທີ 10 ແຂວງອຸດົມໄຊ ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ໃນພິທີເປີດການແຂ່ງຂັນກິລາແຫ່ງຊາດຄັ້ງທີ 10 ຢູ່ແຂວງອຸດົມໄຊ, ມີມວນຊົນຫຼາຍຄົນ ໄດ້ຍ້ອງຍໍຊົມເຊີຍ ແລະ ປະທັບໃຈຫຼາຍ, ​ຕໍ່ການສະແດງສິນລະປະພື້ນເມືອງ​ໃນພິທີເປີດ, ຊຶ່ງ​​ໄດ້ສ້າງຄວາມປະທັບໃຈ​ແກ່ມ​ວນຊົນ​ ຕໍ່​ການ​ແຂວງ​ອຸດົມ​ໄຊ​ໃນ​ການ​ເປັນເຈົ້າພາບທີ່​ເປັນຄັ້ງປະຫວັດສາດ ໄດ້ຈັດງານດັ່ງກ່າວ ທີ່ມີຄວາມໝາຍສຳຄັນ ແລະ ຍິ່ງໃຫຍ່ລະດັບປະເທດ.

ທ່ານ ໂອວາດ ຈັນທະວົງ ຍົກໃຫ້ເຫັນວ່າ: ຄະນະພັກ, ການນຳ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງອູດົມໄຊ ໄດ້ມີຄວາມປິຕິຍິນດີ ແລະ ຊົມຊື່ນ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ຫລື ອຸດົມໄຊເກມ ເຊິ່ງໄຂຂຶ້ນໃນວັນທີ 13 ທັນວາ 2014, ແນວໃດກໍດີ ເພື່ອເຮັດສ້າງຄວາມປະທັບໃຈແກ່ ມວນຊົນທາງຄະນະກຳມະການ, ກໍໄດ້ແຕ່ງຕັ້ງຄະນະກຳມະການຂຶ້ນ ໂດຍສະເພາະ ແມ່ນການຮັກສາຄວາມສະຫງົບ, ປຸກລະດົມມວນຊົນຮ່ວມເປັນເຈົ້າພາບທີ່ດີ, ໃນການຕ້ອນຮັບແຂກທັງພາຍໃນແລະ ຕ່າງປະເທດທີ່ເຂົ້າຮ່ວມງານ, ພິເສດ ໃນການເປີດການແຂ່ງຂັນກິລາ ກໍໄດ້ມີການສະແດງຫຼາຍລາຍການ, ບົ່ງບອກເຖີງວິທີການ​ດຳລົງຊີວິດ, ຮີດຄອງປະເພນີ ແລະວັດທະນະທຳຂອງຊາວແຂວງອຸດົມໄຊນັ້ນໃຫ້ແກ່ຜູ້ຊົມ, ຊຶ່ງໃຊ້ຈຳນວນພົນສະແດງຫຼາຍກວ່າ 3000 ຄົນ ແລະ ຖືວ່າເປັນການສະແດງ ທີ່ຍິ່ງໃຫຍ່ກວ່າກິລາແຫ່ງຊາດທີ່ຈັດຜ່ານມາ, ນອກຈາກນີ້, ໃນງານກິລາແຫ່ງຊາດ ກໍໄດ້ມີການບັນຈຸກິລາຫຼາຍປະເພດເຂົ້າໃນການແຂ່ງຂັນ, ເປັນຕົ້ນແມ່ນ ກິລາໜ້າເກັກ, ໝາກຄັ່ງ ທີ່ເປັນກິລາພື້ນເມືອງຂອງລາວ, ພິເສດ ໃນພິທີເປີດ ທາງແຂວງກໍໄດ້ເຊີນ ແຂກຈາກປະເທດໃກ້ຄຽງເປັນຕົ້ນແມ່ນ ປະເທດຈີນ, ຫວຽດນາມ ແລະ ໄທ ຊຶ່ງເປັນ ຄວາມປະທັບໃຈໜຶ່ງທີ່ແຂວງ ອຸດົມໄຊ ໄດ້ເປັນເຈົ້າພາບຕ້ອນຮັບໃນງານແຂ່ງຂັນກິລາ ແຫ່ງຊາດຄັ້ງທີ 10 ນີ້ ໄດ້ສົມກຽດ.



ນາງເລົ່າຊົງ, ປະຊາຊົນແຂວງຜົ້ງສາລີເປັນຜູ້ໜຶ່ງທີ່ໄດ້ເດີນທາງ ມາຮ່ວມຊົມງານເປີດພິທີແຂ່ງຂັນກິລາແຫ່ງຊາດຄັ້ງທີ 10 ໄດ້ເວົ້າສູ່ນັກຂ່າວ ພວກເຮົາວ່າ: ຕົນເອງເປັນຄົນແຂວງຜົ້ງສາລີ, ໄດ້ເດີນທາງເພື່ອເຂົ້າມາຮ່ວມຊົມການແຂ່ງຂັນກິລາແຫ່ງຊາດ, ຊຶ່ງເປັນຄັ້ງປະຫວັດສາດທີ່ແຂວງອຸດົມໄຊ ທີ່​ເປັນແຂວງ ໃຈກາງຂອງ ພາກເໜືອໄດ້ຮັບກຽດເປັນເຈົ້າພາບ, ​ເລີຍມີຄວາມດີໃຈ, ພ້ອມຕັ້ງ​ໃຈມາຊົມການສະແດງ, ຊຶ່ງບັນຍາກາດກໍເຫັນວ່າ ມີມວນຊົນເຂົ້າມາຊົມເປັນຈຳນວນຫຼວງຫຼາຍ ແລະ ການສະແດງກໍມີຄວາມສວຍງາມ ໂດຍສະເພາະແມ່ນ ການຈູດດອກໄມ້ໄຟ ຊຶ່ງກໍບໍ່ເຄີຍເຫັນມາກ່ອນ.

ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ ເປັນງານແຂ່ງຂັນກິລາ-ກາຍຍະກຳ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຕະນາຍາດແຫ່ງຊາດ. ມີການຈັດຂຶ້ນທຸກໆ 3 ປີ 1 ຄັ້ງ, ໂດຍຜັດປ່ຽນກັນໃນແຕ່ລະແຂວງ ຕາມຄວາມສາມາດ ແລະ ເງື່ອນ ໄຂຕົວຈິງ, ໄລຍະຜ່ານມາໄດ້ມີການຂຶ້ນແລ້ວ 9 ຄັ້ງ, ​ເມື່ອ​ທຽບ​ກັບງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ທັງ 9 ຄັ້ງທີ່ຜ່ານມາ,  ອຸດົມໄຊ​ເກ​ມເປັນຄັ້ງໜຶ່ງ ທີ່ໄດ້ນຳສົ່ງປະເພດກິລາຫຼາຍກວ່າ​ໝູ່ເຂົ້າຮ່ວມການແຂ່ງຂັນ, ແລະຄາດ​ວ່າ​, ແຂວງ​ອຸດົມ​ໄຊຈະ​ສາມາດຍາດໄດ້ຫລຽນຄໍາ​ຢູ່​ໃນ​ລະຫວ່າງ 17-25 ຫຼຽນ, ​ຊຶ່ງແຂວງອຸດົມໄຊ ​ໃນ​ນາມເປັນເຈົ້າພາບ ໄດ້ສົ່ງນັກກິລາເຂົ້າຮ່ວມ  500 ກວ່າຄົນ,  ຖືວ່າ ຈະສາມາດຄວ້າຫຼຽນລາງວັນໄດ້ຫຼາຍກວ່າທຸກຄັ້ງທີ່ຜ່ານມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ