ລັດຖະບານລາວຈະໃຊ້ທຶນ13ລ້ານໂດລາສະຫະລັດເພື່ອປູທາງໄປຫາແຫຼ່ງທ່ອງທ່ຽວ ແຂວງອຸດົມໄຊ
2014-12-14 19:32:58  cri 
ວັນທີ 14 ທັນວານີ້, ທີ່ແຂວງອຸດົມໄຊ, ທ່ານ ພອນສະຫວັນ ພັນທະວີຈິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ເພື່ອພັດທະນາ ການທ່ອງທ່ຽວຂອງແຂວງອຸດົມໄຊ, ລັດຖະບານລາວ ໂດຍສະເພາະກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເບີກງົບປະມານ 13 ລ້ານໂດລາສະຫະລັດ ໃຫ້ແກ່ແຂວງ ເພື່ອພັດ ທະນາເສັ້ນທາງປູຢາງທີ່ເຂົ້າໄປຫາ ຖ້ຳຈອມອອງ ທີ່ມີຄວາມຍາວ 40 ກິໂລແມັດ. ຖ້ຳແຫ່ງນີ້ເປັນຖໍ້າທີ່ຍາວທີ່ສຸດ ຢູ່ໃນພາກເໜືອຂອງລາວ, ມີຄວາມຍາວ 16 ກິໂລແມັດ.

ຖ້າສ້າງສຳເລັດຈະສ້າງລາຍຮັບທາງດ້ານການທ່ອງທ່ຽວໃຫ້ແກ່ແຂວງຢ່າງຫຼວງຫຼາຍ.

ໂຄງການດັ່ງກ່າວ, ຈະເລີ່ມລົງມືກໍ່ສ້າງໃນປີ 2015 .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ