​ເປີດ​ແຂ່ງຂັນ​ກິລາໝາກ​ເສິກ ຢ່າງ​ເປັນ​ທາງ​ການ​​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ X
2014-12-14 14:49:17  cri 
ກິລາໝາກ​ເສິກ ​ໄດ້​ຖືກ​ຈັດ​ເຂົ້າ​ແຂ່ງຂັນ​ໃນ​ງານ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ຢູ່ ​ແຂວງ ອຸດົມ​ໄຊ, ແລະ ​ໄດ້​ເປີດ​ການ​ແຂ່ງຂັນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 14 ທັນວານີ້, ​ໂດຍ​ການ ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ ພະລັງງານ ​ແລະ ບໍ່​ແຮ່, ປະທານ​ສະຫະພັນໝາກ​ເສິກ​ແຫ່ງ​ຊາດ​ລາວ.

ຄະນະ​ກຳມະການ​ກິລາໝາກ​ເສິກ ຂອງງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ​ໄດ້​ລາຍ​ງານ​ວ່າ: ກິລາໝາກ​ເສິກ​ຖື​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ເຂົ້າ​ມາ​ແຂ່ງຂັນ​ໃນ​ງານ​ກິລາ​ແຫ່ງ ຊາດ ຢູ່ ອຸດົມ​ໄຊ​ຄັ້ງ​ນີ້, ຊຶ່ງ​ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ທັງໝົດ 60 ຄົນ, ຈາກ 8 ພາກສ່ວນ, ​ໃນ​ນັ້ນ​ເປັນ​ຍິງ 28 ຄົນຄື: ອຸດົມ​ໄຊ​ເຈົ້າພາບ, ​ແຂວງຫຼວງ​ພະ​ບາງ, ນະຄອນຫຼວງວຽງ ຈັນ, ​ແຂວງ ສະຫວັນ​ນະ​ເຂດ, ຈຳປາ​ສັກ, ​ເຊ​ກອງ, ອັດ​ຕະປື ​ແລະ ກະຊວງພະລັງ ງານ​ແລະບໍ່​ແຮ່, ກາ​ນຈັດ​ແຂ່ງຂັນ​ກິລາໝາກ​ເສິກ​ ປະກອບ​ດ້ວຍ 9 ລາຍການ​ຄື: ດ່ຽວຍິງ​ບລິ​ຕສ໌ 5 ນາທີ, ດ່ຽວຊາຍ ບລິ​ຕສ໌ 5 ນາທີ, ດ່ຽວຍິງ ຣາປິດ 25 ນາທີ, ດ່ຽວຊາຍ ຣາປິດ 25 ນາທີ, ທິມຍິງ 4 ຄົນ ຣາປິດ 15 ນາທີ, ທີ​ມຊາຍ 4 ຄົນ ຣາປິດ 15 ນາທີ ​ແລະ ທີ​ມປະສົມ​ຍິງ​ຊາຍ(2+2) 25 ນາທີ ມີ​ການ​ຊີງຫຼຽນທັງໝົດ 96 ຫຼຽນ.

ໃນພິທີເປີດ, ທ່ານ ດຣ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງພະລັງງານ ແລະ ບໍ່​ແຮ່, ປະທານ​ສະຫະພັນ​ກິລາໝາກ​ເສິກ ​ແຫ່ງ​ຊາດ​ລາວ ​ກ່າວວ່າ: ກິລາໝາກ​ເສິກ​ໄດ້​ຖືກ​ບັນຈຸ​ເຂົ້າ​ແຂ່ງຂັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກິລາ​ແຫ່ງ​ຊາດ ​ແລະ ກິລາ​ ດັ່ງກ່າວ​ນີ້, ກໍ​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ສັງຄົມ, ຊຶ່ງ​ເປັນ​ກິລາ​ທີ່​ບໍ່​ໄດ້​ອອກ​ແຮງ​ງານ ດ້ວຍ​ພະລະ​ກຳລັງ ​ແຕ່​ເປັນ​ການ​ໃຊ້​ມັນສະໝອງ, ຊຶ່ງ​ຈະ​ຊ່ວຍ​ໃຫ້​ຜູ້ຫຼີ້ນມີ​ສະມາທິ ​ແລະ ​ເປັນ​ນັກ​ວາງ​ແຜນ​ທີ່​ດີ, ສະ​ນັ້ນ ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 10 ນີ້, ຈະ​ຊ່ວຍ​ເຮັດ​ໃຫ້​ຄວາມ​ສົນ​ໃຈ​ຈາກ​ສັງຄົມ​ຫັນ​ມາຫຼີ້ນກິລາ​ປະເພດນີ້ຫຼາຍຂື້ນ ​ແລະ ທາງ​ສະຫະພັນ​ກໍ​ຫວັງ​ວ່າ​ຈະ​ພັດທະນາ​ໃຫ້​ກິລາ​ດັ່ງກ່າວ​ໄດ້​ໂດດ​ເດັ່ນ​ໃນ​ເວທີ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ