ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ຢ້ຽມຢາມສື່ມວນຊົນ
2014-12-14 15:23:59  cri 

ຕອນເຊົ້າວັນທີ 14 ທັນວານີ້, ທີ່ຫ້ອງສູນຂ່າວງານມະຫາກໍາກິລາແຫ່ງຊາດຄັ້ງທີ 10 ແຂວງອຸດົມໄຊ, ທ່ານ ສະຫວັນຄອນ ຣາຊມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຢ້ຽມຢາມ ສື່ມວນຊົນລາວ ແລະຕ່າງປະເທດ, ຮັບຟັງການລາຍງານຂອງນັກຂ່າວກ່ຽວກັບສະພາບການ ເກັບກໍາຂໍ້ມູນຂອງງານ, ແລະໃຫ້ກໍາລັງໃຈ ແກ່ນັກຂ່າວສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ.

ໃນໂອກາດນີ້, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ ກໍ່ໄດ້ລາຍງານ ສະພາບການເກັບກຳຂໍ້ມູນການລາຍງານຂ່າວ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ X ໃຫ້ທ່ານສະຫວັນຄອນຮູ້ວ່າ: ທີມງານ CRI ເດີນທາງມາຮອດແຂວງອຸດົມໄຊໃນວັນທີ 12 ທັນວານີ້ແລ້ວ, ກໍ່ໄດ້ລົງເກັບກຳຂ່າວຢ່າງທັນທີ. ເພື່ອລາຍງານຂ່າວກິລາມະຫາກໍາຄັ້ງນີ້ໃຫ້ດີ, CRI ໄດ້ສ້າງໜ້າເວັບໄຊພາສາລາວໂດຍສະເພາະ, ນອກຈາກນັ້ນ, ຍັງໄດ້ໝູນໃຊ້ວິຖີທາງອື່ນໆຄື: ເຟສບຸກ CRI-FM 93,  ວີເຊດ ເຂົ້າມາລາຍງານ, ເພື່ອຕອບສະໜອງຄວາມຕ້ອງການຂອງກຸ່ມຄົນລາວແລະຈີນທີ່ຕ່າງກັນ.

ທ່ານ ສະຫວັນຄອນ ຣາຊມົນຕີ ຍ້ອງຍໍແລະ ຕີລາຄາສູງຕໍ່ການເຄື່ອນໄຫວ ແລະ ການລາຍງານຂ່າວຂອງ ທີມງານ CRI , ເຫັນວ່າ, CRI ເຮັດໄດ້ດີຫຼາຍ, ເຖີງວ່າ ປະຈຸບັນ, ວິທະຍຸຸຢຸດອອກອາກາດຍ້ອນຕິດຂັດທາງດ້ານເຕັກນິກ, ແຕ່ຍັງໄດ້ໃຊ້ຫຼາຍວິທີແລະຊ່ອງທາງ ເພື່ອຮັບໃຊ້ໃນການລາຍງານຂ່າວຂອງງານກິລາຄັ້ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ