​ງານ​ກິລາ​ແຫ່ງຊາດຄັ້ງທີ 10 ຈະ​ພາ​ໃຫ້ການ​ທ່ອງ​ທ່ຽວອຸດົມໄຊ​ໂດດ​ເດັ່ນ​ຂື້ນ
2014-12-14 15:30:15  cri 

​ຕອນເຊົ້າວັນທີ 14 ທັນວານີ້, ທ່ານ ພອນ​ສະຫວັນ ພັນທະ​ຈິດ ຫົວໜ້າພະ​ແນ​ກຖະ​ແຫຼງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງອຸດົມ​ໄຊ ໄດ້ຕ້ອນຮັບການເຂົ້າສຳພາດຂອງນັກ​ຂ່າວ CRI ວ່າ, ​ ການເປັນເຈົ້າພາບຈັດງານ​ແຂ່ງຂັນ​ກິລາ​​ແຫ່ງ​ຊາດ​ຄັ້ງ​ທີ 10 ນີ້, ​ຈະເຮັດ​ໃຫ້​ບັນຍາກາດຢູ່ແຂວງ ອຸດົມໃຊຝົດຟື້ນຂື້ນ, ແລະເຊື່ອໝັ້ນວ່າ ຈະພາໃຫ້ການທ່ອງທ່ຽວຂອງແຂວງອຸດົມໄຊໂດດເດັ່ນຂື້ນ, ນັກທ່ອງທ່ຽວພາຍໃນແລະຕ່າງປະເທດຈະເຂົ້າມາທ່ອງທ່ຽວຫຼາຍຂຶ້ນ.

ທ່ານ ພອນ​ສະຫວັນ ພັນທະ​ຈິດ ຫົວໜ້າພະ​ແນ​ກ ຖະ​ແຫຼງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ ອຸດົມ​ໄຊ ກ່າວ​ວ່າ: ການທ່ອງທ່ຽວຂອງ​ແຂວງ ອຸດົມ​ໄຊ ກຳລັງ ​ໄດ້​ຮັບ​ຄວາມ​ນິຍົມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພົ້ນ​ເດັ່ນ​ໃນ​ການຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 10 ທີ່​ແຂວງອຸດົມ​ໄຊ ​​ເປັນ​ເຈົ້າພາບ, ​ແມ່ນ​ເຮັດ​ໃຫ້​ບັນຍາກາດ​ການທ່ອງທ່ຽວພາຍ​ໃນ​ແຂວງ ຄືກຄື້ນຂື້ນຫຼາຍພໍ​ສົມຄວນ, ນັກ​ທ່ອງ​ທ່ຽວ​ໄດ້​ເດີນທາງ​ເຂົ້າມາ​ທ່ຽວຊົມ​ສະຖານ​ທີ່​ທ່ອງ​ທ່ຽວຂອງພາຍ​ໃນ ​ແຂວງ ສະ​ເລ່ຍແລ້ວມື້ໜຶ່ງຫຼາຍກວ່າ 200 ຄົນ. ມາຮອດປະຈຸບັນ, ມີການພັດທະນາຫຼາຍດ້ານ ​ແລະ ການຮ່ວມມືກັບບັນດາປະເທດໄກ້ຄຽງ ໂດຍສະເພາະແມ່ນປະເທດ ສປ ຈີນ, ໄທ, ສສ ຫວຽດນາມ,ແລະ ພວມຈະໄປສູ່ ມຽນມ້າ, ຊຶ່ງ​ເປັນ​ການທ່ອງທ່ຽວ ​ແບບ​ເຊື່ອມ​ຕໍ່ລະຫວ່າງ​ປະ​ເທດ  ​ແລະ ​ແຂວງ ອຸດົມ​ໄຊ, ກໍ​ເປັນ​ເສັ້ນທາງ​ຜ່ານ, ສະ​ນັ້ນ ຈຶ່ງ​ເປັນ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃນ​ດ້ານ​ການທ່ອງທ່ຽວ. ໃນປີຜ່ານມາ, ນັກ​ທ່ອງ​ທ່ຽວເຂົ້າມາ ​ແຂວງອຸດົມໄຊ ເພື່ອສໍາພັດກັບວິຖີຊີວິດຂອງຊົນເຜົ່າ, ສຳພັດກັບທຳມະຊາດ, ໂດຍສະເພາະພວກທີ່ມັກພະຈົນໄພ, ໃຊ້ການຍ່າງປ່າມັກການປີນພູຜາປ່າດົງ ໄປຫາໜູ່ບ້ານປະຊາຊົນທີ່ຫ່າງໄກສອກຫຼີກ ແລະ ໄປສຳພັດກັບທຳມະຊາດໃຫ້ເສັ້ນທາງເດີນນັ້ນ ແລະພູຜາປ່າໄມ້, ວິຖີຊີວິດຂອງປະຊາຊົນທີ່ອາໄສຢູ່ຕາມເສັ້ນທາງຍ່າງປ່ານັ້ນ. ຕາມການຄາດຄະເນ, ນັກທ່ອງທ່ຽວປີ 2014 ຈະເພີ່ມຂື້ນ 2 ແສນກວ່າຄົນ.

ທ່ານ ພອນສະຫວັນກ່າວວ່າ, ແຂວງອຸດົມໄຊມີ 12 ຊົນເຜົ່າມີຫຼາຍກວ່າ 20 ແຊງເຜົ່າ ຄື: ຂະມຸ, ມົ້ງ, ອາຄ່າ ແລະ ເຜົ່າອື່ນໆ, ການດຳລົງຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີ ລ້ວນແຕ່ຕາກຕ່າງກັນ, ເຂົາເຈົ້າຍັງຮັກສາວັດທະນະທຳ ແລະ ການດຳລົງຊີວິດແບບດັ້ງເດີມ ໂດຍສະເພາະແບບແຜນການດຳລົງຊີວິດຍັງເປັນເອກະລັກ ຮີດຄອງປະເພນີ ບຸນສິນກິນທານ ແລະ ການນຸ່ງຖື, ເຊິ່ງຈະເປັນທ່າແຮງທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ, ແລະອີງໃສ່ຍຸດທະສາດລວມຂອງຊາດ, ແຂວງອຸດົມໄຊກໍ່ ກໍາລັງເລັ່ງໃສ່ພັດທະນາການທ່ອງທ່ຽວ ທາງດ້ານວັດທະນະທຳຊົນເຜົ່າ, ເຮັດໃຫ້ການທ່ອງທ່ຽວວັດທະນະທຳຊົນເຜົ່າດີຂື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ