ຍິງປືນ ກະຊວງປ້ອງກັນປະເທດກວາດໄດ້ 4 ຫຼຽນຄຳ
2014-12-15 13:23:17  cri 

ການແຂ່ງຂັນຍິງປືນ ໃນງານມະຫາກຳກິລາແຫ່ງຊາດຄັ້ງທີ X ຫຼື ອຸດົມໄຊເກມ ໄດ້ ເລີ່ມແຕ່ ວັນທີ 12 ທັນວາ ເປັນຕົ້ນມາ ຢູ່ສະໜາມຍິງປືນແຂວງ ບ້ານບໍ່ ເມືອງ ໄຊ ແຂວງ ອຸດົມໄຊ, ເຊິ່ງຜ່ານການແຂ່ງຂັນ 4 ລາຍການປາກົດວ່າ: ນັກຍິງປືນ ກະຊວງ ປ້ອງກັນປະເທດ ກວາດໄດ້ 4 ຫຼຽນຄຳ.


ພິທີມອບຫຼຽນລາງວັນໄດ້ຈັດຂື້ນໃນວັນທີ 14 ທັນວາ, ໂດຍທ່ານ ພັນເອກ ລຳພຽງ ພົມມະກອງ ຮັກສາການປະທານສະຫະພັນຍິງປືນແຫ່ງຊາດລາວ, ທ່ານ ພັນເອກ ບຸນເຕົ້າ ທອງມະນີ ຮອງຫົວໜ້າກົມອົບຮົມ ກະຊວງປ້ອງກັນປະເທດ, ທ່ານ ບຸນທັນ ສຸລິຍະແສງ ເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ, ທ່ານ ຄຳພັນ ໄຊຍະວົງ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ຫຸມພັນ ບຸບຜາຄຳ ຫົວໜ້າໄປສະນີ-ໂທລະຄົມ ແຂວງ ອຸດົມໄຊ ໃຫ້ກຽດມອບຫຼຽນ.



ຜົນການແຂ່ງຂັນກິລາປະເພດນີ້ມີດັ່ງນີ້: ປືນສັ້ນອັດລົມ 10 ແມັດຊາຍ: ຊະນະເລີດ ທ້າວ ພອນສີ ອຳໄພ ກະຊວງປ້ອງກັນປະເທດ, ຄະແນນລວມ 568 ຄະແນນ ໄດ້ຫຼຽນຄຳ, ທ້າວ ສົມຈັນ ໄຊສົມມີ, ກະຊວງປ້ອງກັນປະເທດ 561 ຄະແນນ ໄດ້ຫຼຽນເງີນ ແລະ ທ້າວ ຄຳຊະນະ ຈະເລີນໄຊ, ນະຄອນຫຼວງວຽງຈັນ 548 ຄະແນນ, ໄດ້ຫຼຽນທອງ, ປະເພດປືນສັ້ນອັດລົມ 10 ແມັດທີມຊາຍ: ກະຊວງປ້ອງກັນປະເທດ 1.650 ຄະແນນ, ໄດ້ຫຼຽນຄຳ, ນະຄອນຫຼວງວຽງຈັນ 1.603 ໄດ້ຫຼຽນເງີນ ແລະ ເຈົ້າພາບອຸດົມໄຊ 1.577 ຄະແນນ, ໄດ້ຫຼຽນທອງ. ປະເພດປືນຍາວທ່ານອນ 50 ແມັດຍິງ: ນາງ ຄຳຫຼ້າ ໄຊຍະວົງ ກະຊວງປ້ອງກັນປະເທດ 571 ຄະແນນ, ໄດ້ຫຼຽນຄຳ, ນາງ ເທບອິນທາ ສີສານ, ນະຄອນຫຼວງວຽງຈັນ 570 ຄະແນນໄດ້ຫຼຽນເງີນ ແລະ ນາງ ຈັນສະໝີ ແກ້ວນໍລະສິງ, ກະຊວງປ້ອງກັນປະເທດ 566 ຄະແນນ, ໄດ້ຫຼຽນທອງ. ປະເພດທ່ານອນ 50 ແມັດຍິງ: ກະຊວງປ້ອງກັນປະເທດ1.698 ຄະແນນ, ໄດ້ຫຼຽນຄຳ, ກະຊວງປ້ອງກັນຄວາມສະຫງົບ 1.641 ຄະແນນ ໄດ້ຫຼຽນເງີນ ແລະ ອຸດົມໄຊ 1.626 ຄະແນນໄດ້ຫຼຽນທອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ