ນັກແລ່ນຈາກນະຄອນຫຼວງວຽງຈັນຄວ້າສອງຫຼຽນຄຳ ໃນການແຂ່ງຂັນແລ່ນ 400 ແມັດ
2014-12-15 13:28:03  cri 

ກິລາແລ່ນ 400 ແມັດ ຊີງຫຼຽນຄຳ ທັງປະເພດຊາຍ ແລະ ຍິງ, ຊຶ່ງນະຄອນຫຼວງວຽງຈັນ ສາມາດຄວ້າຫຼຽນຄຳໄດ້ທັງສອງປະເພດ, ເຮັດໃຫ້ຕອນນີ້ ນະຄອນຫຼວງວຽງຈັນ ຍັງນຳເປັນອັນດັບໜຶ່ງ ໃນຕາຕະລາງຫຼຽນຄຳ ໃນການແຂ່ງຂັນກິລາແຫ່ງຊາດຄັ້ງທີ 10 ຢູ່ ແຂວງ ອຸດົມໄຊ.

ການແຂ່ງຂັນກິລາແລ່ນ 400 ແມັດ ໄດ້ມີຂື້ນໃນວັນທີ 14 ທັນວານີ້, ຢູ່ສະໜາມກິລາແຂວງ ອຸດົມໄຊ, ຊຶ່ງມີການຊີງຫຼຽນທັງປະເພດທຊາຍ ແລະ ຍິງ, ຜົນປາກົດວ່າ ນະຄອນຫຼວງວຽງຈັນ ສາມາດ ຄວ້າຫຼຽນໄດ້ທັງສອງຄົນ ຄື: ທ້າວ ສົມບູນ ຈັນສົມບັດ ແລ່ນເຂົ້າມາເປັນອັນດັບໜຶ່ງດ້ວຍເວລາ 50.55 ນາທີ ແລະ ນາງ ບຸດສະດີ ວົງດາລາ ຈາກ ນະຄອນຫຼວງວຽງຈັນ ແລ່ນເຂົ້າມາເປັນອັນດັບ ໜຶ່ງດ້ວຍເວລາ 1.42 ນາທີ

ສະຫຼຸບຜົນຊີງຫຼຽນ ກິລາແລ່ນແລະລານ 400 ແມັດ: ປະເພດຊາຍຄວ້າຫຼຽນຄຳ ທ້າວ ສົມບູນ ຈັນທະສົມບັດ ຫຼຽນເງີນ ແມ່ນ ທ້າວ ສາຍຝົນ ຫຼວງສຸລິນ ຈາກກະຊວງ ປ້ອງກັນຄວາມສະຫງົບ, ສ່ວນຫຼຽນທອງແມ່ນທ້າວ ວົງສະຫວ່າງ ວົງສີ ຈາກ ກະຊວງປ້ອງກັນປະເທດ, ປະເພດຍິງ ຫຼຽນຄຳ ແມ່ນ ນາງ ບຸດສະດີ ວົງດາລາ ຈາກ ນະຄອນຫຼວງວຽງຈັນ, ຫຼຽນເງີນແມ່ນ ນາງ ນູ່ລະຄອນ ເຄນທະລັງສີ ຈາກແຂວງ ສະຫວັນນະເຂດ, ຫຼຽນທອງແມ່ນ ນາງສຸກ ຄຳຄູນ ຈາກແຂວງ ບໍລິຄຳໄຊ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ