ນະຄອນຫຼວງວຽງຈັນ, ຍາດໄດ້ຕື່ມອີກ 4 ຫຼຽນຄຳໃນການແຂ່ງຂັນກິລາແລ່ນ-ລານ
2014-12-15 13:32:15  cri 

ວັນທີ 15 ທັນວານີ້, ທີ່ສະໝາມກິລາ ອຸດົມໄຊ, ໄດ້ຈັດການແຂ່ງຂັນຊິງຫຼຽນຄຳ ປະເພດ, ກິລາແລ່ນ-ລານຂື້ນ, ຜ່ານການແຂ່ງຂັນ ນັກກິລານະຄອນຫຼວງ ຍາດໄດ້ຕື່ມອີກ 4 ຫຼຽນຄໍາ, ຈາກ ປະເພດແລ່ນ 400 ແມັດຊາຍ ທ້າວ ສົມບູນ ຈັນສົມບັດ ສະຖິຕິ 50,55 ແມັດ, ປະເພດແລ່ນ  400 ແມັດ ຍິງ ນາງ ບຸດສະດີ ວົງດາລາ ສະຖິຕິ 1 ນາທີ. ປະເພດແລ່ນ 800 ແມັດ ຍິງ ນາງ ໂຕ່ລີ ແພງພະລັງ ສະຖິຕິ 2 ນາທີ 31 ວິນາທີ ແລະ ປະເພດແລ່ນ 100 ແມັດ ເປັນຂອງນາງ ບຸດສະດີ ດາລາວົງ ສະຖິຕິ 12ນາທີ 92 ວິນາທີ.


ວັນທີ 14 ທັນວານີ້, ນະຄອນຫຼວງ ຍາດໄດ້ 15 ຫຼຽນຄຳ ເປັນອັນດັບໜື່ງ ໃນກິລາປະເພດແລ່ນ-ລານ ແລະ ຍັງຈະມີການຊີງຫຼຽນຕື່ມອີກ 8 ຫຼຽນຄຳ ວັນທີ 15 ທັນວານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ