ກອງເຊຍກິລາຊາວແຂວງ ອຸດົມໄຊ ສ້າງບັນຍາກາດຢ່າງຟົດຟື້ນ
2014-12-15 13:37:33  cri 


ວັນທີ 14 ທັນວາ, ເປັນມື້ການແຂ່ງຂັນກິລາບານເຕະຊາຍ ຂອງແຂວງ ອຸດົມໄຊ ເຈົ້າພາບພົບກັບທີມ ປກສ ຜົນປາກົດວ່າທັງສອງທີມສະເໝີກັນ 0-0, ແຕ່ກໍກອດຄໍກັນຜ່ານເຂົ້າຮອບຕໍ່ໄປ ຂອງທັງສອງທີມ, ຊຶ່ງບັນຍາກາດໃນສະໜາມເຫັນວ່າມີມວນຊົນຊາວແຂວງ ອຸດົມໄຊ ເຂົ້າໄປເຊຍ, ໄປຊົມຜົນງານນັກ ເຕະຂອງແຂວງຕົນ, ແລະ ກໍຫວັງວ່າງານແຂ່ງຂັນກິລາຄັ້ງທີ 10 ນີ້, ທີມບາານເຕະແຂວງ ອຸດົມໄຊ ຈະສ້າງປະຫວັດສາດໃນການຄວ້າຫຼຽນຄຳມາໄດ້, ກ່ອນນັກເຕະຈະລົງສະໜາມ, ເວລາ 16 ໂມງ, ມວນຊົນຊາວແຂວງ ອຸດົມໄຊ ໄດ້ເດີນທາງເຂົ້າມາສູ່ ສະໜາມກິລາແຫ່ງຊາດ ເປັນຈຳນວນຫຼາຍ, ເຮັດໃຫ້ເຈົ້າໜ້າທີ່ຕ້ອງປ້ອງກັນ ແລະ ກວດກາຢ່າງເຂັ້ມງວດ ເພື່ອຮັກສາຄວາມສະຫງົບ, ປອດໄພ, ແຕ່ສິ່ງທີ່ເຫັນແມ່ນປະຊາຊົນທີ່ເດີນທາງ ມາເຊຍກິລາແມ່ນມີທຸກປະເພດທັງໄວໜຸ່ມ, ຜູ້ເຖົ້າ, ຈົນເຖີງເດັກນ້ອຍ, ບາງຄົນກໍມີການແຕ້ມໜ້າ, ທາແປ້ງ, ບາງຄົນກໍເອົາແກ, ເອົາກອງມາຕີ ພ້ອມທັງ ຮ້ອງລຳ, ສົ່ງສຽງເຊຍຢ່າງກຶກກ້ອງ ທົ່ວສະໜາມ, ເຮັດໃຫ້ບັນຍາກາດມີຄວາມເບີກບານມ່ວນຊື່ນ, ຊຶ່ງກໍເຫັນໄດ້ວ່າ ປະຊາຊົນຊາວແຂວງ ອຸດົມໄຊ ມັກຮັກໃນການຫຼີ້ນກິລາ, ບໍ່ວ່າຈະກິລາໃດໆກໍມີການສົ່ງເສີມ, ປຸກລະດົມກັນເຂົ້າມາ ເຊີຍກິລາດ້ວຍຄວາມມ່ວນຊື່ນ ແລະ ເປັນລະບຽບ. ຊຶ່ງ ທ່ານ ໂອວາດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ອຸດົມໄຊ ເວົ້າສູ່ນັກຂ່າວ CRI ວ່າ: ຊາວແຂວງ ອຸດົມໄຊ ແມ່ນມັກຮັກໃນການຫຼີ້ນກິລາ ໂດຍສະເພາະແມ່ນບານເຕະ, ບານສົ່ງ ແລະ ອື່ນໆ ມີການສົ່ງເສີມປຸກລະດົມ ສ້າງນັກກິລາຕັ້ງແຕ່ຮຸ້ນເດັກນ້ອຍຈົນເຖີງກ້າວໄປຕິດທີມຊາດຫຼາຍຄົນມາແລ້ວ ແລະ ງານກິລາແຫ່ງຊາດຄັ້ງທີ 10 ຢູ່ ແຂວງ ອຸດົມໄຊ ເປັນເຈົ້າພາບນີ້, ມວນຊົນກໍດີໃຈ ແລະ ພ້ອມກັນເປັນເຈົ້າພາບທີ່ ດີ, ມາຮ່ວມຊົມ, ຮ່ວມເຊຍກິລາ ແລະ ເປັນການສະແດງເຖີງຄວາມມີນ້ຳໃຈຂ ອງແຂວງອຸດົມໄຊ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ