ບານເຕະຟຸດຊໍ  ໄດ້ບັນຈຸເຂົ້າຮ່ວມແຂ່ງຂັນເປັນຄັ້ງທຳອິດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10
2014-12-15 16:13:33  cri 


ບານເຕະຟຸດຊໍ 7 ທີມ ໄດ້ເຂົ້າຮ່ວມແຂ່ງຂັນເປັນຄັ້ງທຳອິດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10 ຫຼື ອຸດົມໄຊເກມ.



ພິທີເປີດການແຂ່ງຂັນກິລາດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 14 ທັນວານີ້, ທີ່ສະໜາມຟຸດຊໍ ແຂວງອຸດົມໄຊ ມີບານເຕະຟຸດຊໍ ເຂົ້າຮ່ວມແຂ່ງຂັນຄື: ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ແຂວງວຽງຈັນ.  

    ໃນມື້ເປີດ ໄດ້ມີການແຂ່ງຂັນ 3 ຄູ່ຄື: ນະຄອນຫຼວງວຽງຈັນ ພົບ ແຂວງຄຳມ່ວນ, ແຂວງຫຼວງພະບາງ ພົບ ແຂວງເຈົ້າພາບ, ແຂວງວຽງຈັນ ພົບແຂວງບໍ່ແກ້ວ. ວັນທີ 18 ທັນວານີ້, ຈະແຂ່ງຂັນຮອບຊີງຊະນະເລີດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ