ຄຳມ່ວນຊະນະສະຫວັນນະເຂດ 5-2 ໃນຊ່ວງຕໍ່ເວລາຄວ້າຫຼຽນຄໍາປະຫວັດສາດກິລາແຫ່ງຊາດຄັ້ງທີ 10
2014-12-21 16:07:39  cri 


ຄຳມ່ວນຊະນະສະຫວັນນະເຂດ 5-2 ໃນຊ່ວງຕໍ່ເວລາຄວ້າຫຼຽນຄໍາປະຫວັດສາດກິລາແຫ່ງຊາດຄັ້ງທີ 10



ທີມນັກກິລາບານເຕະຊາຍ ຈາກແດນສີໂຄດຕະບອງ ແຂວງຄຳມ່ວນ ສາມາດຖະຫລົ່ມ ຄູ່ຕໍ່ສູ້ເຊິ່ງ ເປັນທີມບານເຕະ ຈາກແຂວງສະຫວັນນະເຂດ ເຖິງ 5-2 ໃນງານມະຫາກຳກິລາແຫ່ງຊາດຄັ້ງທີ X ຫລື ອຸດົມໄຊເກມ ໄດ້ຫລຽນຄຳໄປຄອງຢ່າງສົມກຽດ. ເປັນກຽດມອບຫລຽນທັງສາມປະເພດໃນຄັ້ງນີ້ ໂດຍທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາ ແລະ ກິລາ, ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງໆອຸດົມໄຊ ປະທານຄະນະກຳມະການຈັດງານ ອຸດົມໄຊເກມ ໃຫ້ກຽດ ມອບສັດນຳໂຊກ.

ການແຂ່ງຂັນນັດຊີງຊະນະເລີດ ແຂວງຄຳມ່ວນ ພົບກັບແຂວງສະຫວັນນະເຂດ ເກມດຳເນີນໄປຢ່າງດຸເດືອດ ແລະ ຟົດຟື້ນ ໃນຕົ້ນເກມຂອງເຄິ່ງເວລາທີ 1 ນັກເຕະທີມແຂວງສະຫວັນນະເຂດ ຍິງປະຕູນຳໄປກ່ອນໃນນາທີໆ 10, ຈາກນັ້ນ ແຂວງຄຳມ່ວນ ໄລ່ຕີສະເໝີໄດ້ໃນນາທີ 26 ຈົບເກມສະເໝີກັນໄປ 1-1. ສ່ວນ ເກມໃນເຄິ່ງເວລາທີສອງ ຕ່າງຝ່າຍກໍເພີ່ມເກມບຸກ ແຕ່ກໍຍັງເປັນແຂວງສະຫວັນນະເຂດນຳໄປກ່ອນອີກໜຶ່ງປະຕູ ໃນນາທີ 68, ເຮັດໃຫ້ຄຳມ່ວນໃຈຮອ້ນ ໄລ່ຕີສະເໝີຈົນໄດ້ໃນນາທີ 70 ຈົບເກມ 90 ນາທີ ສະເໝີກັນໄປ 2-2. ກຳມະການຕໍ່ເວລາອີກ 30 ນາທີ ສອງທີມບຸກໜັກ ແຕ່ ສະຫວັນະເຂດ ມາພາດທ່າໃຫ້ຄຳມວນນຳຂຶ້ນກ່ອນ 1 ປະຕູ ໃນນາທີໆ 13 ຈົບ 15 ນາທີ ເປັນ 3-2 ປ່ຽນເບື້ອງປະທະກັນກັນຕໍ່ ແຕ່ແຂວງຄຳມ່ວນ ຍັງໂຊຟອມເໜືອກວ່າ ສາມາດຍິງປະຕູນຳຫ່າງສອງໜ່ວຍ ຕິດຕໍ່ກັນເປັນ 4-2 ຕອກຢ້ຳອີກໜຶ່ງລູກ ເປັນການບອກເຖິງໄຊຊະນະ ດ້ວຍຄະແນນ 5-2 ເອົາຫລຽນຄຳໄປຄອງຢ່າງສົມກຽດ.

ຄູຝຶກ ທີມນັກກິລາ ແຂວງຄຳມ່ວນ ທ່ານ ສຸລິນທອນ ເສີມລຳວັນ ກ່າວວ່າ: ໄຊຊະນະໃນຄັ້ງນີ້ ແມ່ນຜົນງານຂອງລູກທີມທັງໝົດ ທີ່ເອົາໃຈໃສ່ຮັກສາເກມການຫລິ້ນໄດ້ດີ ເຖິງວ່າຈະຖືກຝ່າຍກົງກັນຂ້າມຍິງປະຕູນຳໄປກ່ອນທັງສອງຄັ້ງກໍຕາມ, ແຕ່ກໍສາມາດໄລ່ຕີສະເໝີຈົນໄດ້ ຍ້ອນລູກທີມຮັກສາສະມາທິຫລິ້ນຕາມເກມທີ່ວາງໄວ້ ຈາກນັ້ນກໍໄດ້ໂຊຟອມທີ່ເໜືອກວ່າ ແລະ ສາມາດຖະຫລົ່ມຄູ່ຕໍ່ສູ້ ຈົນໄດ້ຮັບໄຊຊະນະຢ່າງມີໄຊ.

ດ້ານຄູຝຶກຂອງ ທີມ ສະຫວັນນະເຂດ ທ່ານ ເຢຍລີໄຊ ແກ້ວລຳມອນ ກໍບໍ່ໄດ້ເສຍໃຈແຕ່ຢ່າງໃດ ເພາະລູກທີມເຮັດສຸດຄວາມສາມາດ ເບື້ອງຕົ້ນໄດ້ສະແດງຜົນງານໂດດເດັ່ນກວ່າ ແຕ່ລູກທີມບໍ່ມີຄວາມທຸ່ນທ່ຽງ ເກມເລີຍພິກເປັນຝ່າຍເສຍໄຊ. ຢ່າງໃດກໍຕາມ ມາເຖິງການຄອງຫລຽນເງິນ ກໍຖືວ່າເກີນເປົ້າໝາຍທີ່ຕັ້ງໄວ້ວ່າຂໍເຂົ້າຮອດ 4 ທີມສຸດທ້າຍກໍພໍໃຈ.

ສຳລັບການແຂ່ງຂັນບານເຕະ ຄູ່ຊີງຫລຽນທອງ ແມ່ນການພົບກັນ ລະຫວ່າງ ແຂວງອັດຕະປື ແລະ ແຂວງນະຄອນຫລວງວຽງຈັນ ປະກົດວ່າ ອັດຕະປື ເອົາຊະນະ 2-1 ໄດ້ເອົາຫລຽນທອງໄປຄອງ ໃນອຸດົມໄຊເກມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ