ປິດ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12
2015-03-15 11:20:43  cri 


(ທ່ານຈ່າງເຕີຈ່ຽງເປັນປະທານກອງປະຊຸມປິດກອງປະຊຸມຄັ້ງທີ 3 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12)






ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້, ​ເຊິ່ງ​ເປັນ​ກອງ​ປະຊຸມ​ຄັ້ງ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ປີ​ນີ້. ​ເມື່ອ​ເປັນ​ແນວ​ນັ້ນ, ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ທີ່​ດຳ​ເນີນ​ມາ​ເປັນ​ເວລາ 10 ວັນ​ເຄິ່ງນັ້ນ​ໄດ້​ປິດ​ລົງ​​ໂດຍ​ໄດ້​ສຳ​ເລັດ​ວາລະ​ປະຊຸມ​ທຸກ​ລາຍ.
​ໃນ​ກອງ​ປະຊຸມ​ປິດ​ດັ່ງກ່າວ, ມີ​ຜູ້​ແທນ 2877 ຄົນ​ເຂົ້າ​ຮ່ວມ, ​ເຊິ່ງ​ເປັນ​ຈຳນວນ​ຜູ້​ແທນ​ທີ່​ຖືກຕ້ອງ​ຕາມ​ຈຳນວນຄົນ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ.
ກອງ​ປະຊຸມ​ປິດ​ດັ່ງກ່າວ​ແມ່ນ​ມີ​ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະທານ​ຈັດ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິ​ງ ທ່ານ​ຫຼີ​ເຄີ້ສຽງ ທ່ານ​ອີ​ເຈິ້ງ​ເສີ່​ນ ທ່ານ​ຫຼິວຢຸນຊານ ທ່ານ​ຫວາງ​ຊີ​ຊານ​ແລະ​ທ່ານ​ຈ່າງ​ກ່າວ​ລີ້​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.
​ໃນ​ໄລຍະ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ແທນ​ເກືອບ 3 ພັນ​ຄົນ​ໄດ້​ປະຕິບັດ​ພັນທະ​ຂອງ​ຕົນ​ທີ່​ມອບ​ໝາຍ​ໂດຍ​ລັດຖະທຳ​ມະນູນ​ແລະ​ກົດໝາຍ​ນັ້ນ​ຢ່າງ​ຈິງ​ຈັງ, ​ໄດ້​ກວດກາ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ແລະ​ບົດ​ລາຍ​ງານ​ອື່ນໆ, ​ໄດ້​ສະຫຼຸບ​ຜົນສຳ​ເລັດ​ແລະ​ບົດຮຽນ​ທີ່​ດີ​ທີ່​ຈີນ​ໄດ້​ຮັບ​ໃນ​ວຽກ​ງານ​ທຸກ​ດ້ານ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ​ແລະ​ໄດ້​ສະ​ເໜີ​ໜ໊າທີ່​ສຳຄັນ​ແລະ​ການຈັດ​ວາງ​ວຽກ​ງານ​ໃນ​ປີ​ນີ້​ອອກ.
ກອງ​ປະຊຸມ​ໄດ້​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຜ່ານ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ. ​​ເຊິ່ງມະຕິ​ຊີ້​ອອກ​ວ່າ, ກອງ​ປະຊຸມ​ໄດ້​ຢືນຢັນ​ຕໍ່​ວຽກ​ງານ​ຂອງ​ຄະນະ​ລັດຖະບານ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ​ເຫັນ​ດີກາ​ນຈັດ​ວາງ​ລວມ, ​ໜ້າ​ທີ່​ເປົ້າ​ໝາຍ​ແລະ​ມາດ​ຕະການ​ນະ​ໂຍບາຍ​ຕ່າງໆ​​ຂອງ​ປີ 2015 ທີ່​ລະບຸ​ໄວ້​ໃນ​ບົດ​ລາຍ​ງານ, ​ແລະ​ຕົກລົງ​ຜ່ານ​ບົດ​ລາຍ​ງານ​ສະບັບ​ນີ້. ​ໃນ​ບົດ​ລາຍ​ງານ​ສະບັບ​ນີ້ ລັດຖະບານ​ຈີນ​ຄາດ​ວ່າ​ການ​ເຕີບ​ໂຕ​ດ້ານ GDP ປີ​ນີ້​ຈະ​ແມ່ນ​ປະມານ 7%.
ນອກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ມະຕິ​ກ່ຽວ​ກັບ​ການ​ດັດ​​ແກ້ ກົດໝາຍ​ວ່າ​ດ້ວຍ​ນິຕິບັນຍັດ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ, ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສດ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງການ​ອະທິ​ໄອ​ຍະ​ການ​ປະຊາຊົນຈີນ.


1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ