ນາຍົກ​ຈີນ: ການ​ພົວພັນ​ຈີນ-​ອາ​ເມ​ລິ​ກາ​​ແມ່ນ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ກັບປະ​ເທດ​ທີ່​ໄດ້​ພັດທະນ​າ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ
2015-03-15 14:36:12  cri 
ວັນ​ທີ 15 ມີນາ​ນີ້ ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກ່າວ​ວ່າ, ​ເມື່ອ​ເວົ້າ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ-​ອາ​ເມ​ລິ​ກາ ກໍ່​ຄື​ການ​ພົວພັນ​ລະຫວ່າ​ວ ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ກັບປະ​ເທດ​ທີ່​ໄດ້​ພັດທະນ​າ​ແລ້ວ​ທີ່​ໃຫຍ່​ທີ່​ສຸດ. ພວກ​ເຮົາ​ຍິນ​ດີ​ສ້າງ​ກາ​ນົວ​ພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ທີ່​ຕ່າງ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ບໍ່​ປະທະ​ກັນ, ​ແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ.
ຫຼັງ​ຈາກ​ປິດ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ແລ້ວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ. ທ່ານ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.
ທ່ານ​ກ່າວ​ວ່າ, ກອ່ນອື່ນ, ຈີນ​ບໍ່​ແມ່ນ​ອົງ​ກອນ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ອີງ​ຕາມ​ສະຖິຕິ​ທີ່ມີ​ອິດ​ທິພົນ​ທີ່​ສຸດ​ຂອງ​ສາກົນ​ແລ້ວ​ເຫັນ​ວ່າ, ຈີນ​ແມ່ນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 2 ​ໃນ​ໂລກ. ຍິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ, ​GDP ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນຢູ່​ໃນ​ອັນ​ດັບ 80 ກວ່າ​ໃນ​ໂລກ. ສະ​ນັ້ນ ຈີນ​ເຮັດວຽກ​ຂອງ​ຕົນ​ເອງ​ໃຫ້​ດີ, ຮັກສາ​ການ​ພັດທະນາ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລ້ວ, ກໍ່​ຖື​ວ່າ​ເປັນ​ການ​ປະກອບສ່ວນ​ທີ່​ມະຫາສານ​ໃຫ້​ແກ່​ໂລກ, ອີກ​ດ້ານ​ໜຶ່ງ​ຈີນ​ພວມ​​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ແລະ​ພັນທະ​ໃນ​ສາກົນ​ນັບ​ມື້​ນັບ​ຫຼາຍ.
ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ່ງ​ກັນ, ​ແຕ່​ກໍ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ທີ່​ກວ້າງຂວາງ. ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ເໝາະ​ສົມ, ສາມາດ​ຜ່ານ​ຈາກ​ການ​ເປີດ​ກວ້າງ​ຈຸດຮ່ວມ​ດ້ານ​ຜົນ​ປະ​​ໂຫຍ​ດ, ​ເຊິ່ງ​ໃນ​ນັ້ນ​ຈຸດ​ສຸມ​ທີ່​ໜ້າ​ສົນ​ໃຈ​ອັນ​ໜຶ່ງ​ກໍ່​ຄື: ພວກ​ເຮົາ​ກຳລັງ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ລົງທຶນ​ລະຫວ່າງ​ຈີນ-​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ