ຜູ້​ຮັບຜິດຊອບ​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່​ໂປ​ອາວ​ເພື່ອ​ຮ່ວມ​ກັນ​ສ້າງ​ແຜນ​ວາດ​ອະນາຄົດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ
2015-03-27 11:05:10  cri 
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 26 ມີນາ​ນີ້, ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ​ຂອງ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2015 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫຫຼຳຂອງ​ຈີນ. ຜູ້​ຮັບຜິດ​ຊອບ​ສື່​ມວນ​ຊົນ 20 ກວ່າ​ທ່ານ​ທີ່​ມາ​ຈາກ 17 ປະ​ເທດ​ເຊັ່ນຣັດ​ເຊຍ,ອາ​ເມ​ລິ​ກາ,ອັງກິດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ໂດຍ​ປິ່ນ​ປ້ອມ​ຫົວ​ຂໍ້​ຫຼັກ​ທີ່​ວ່າ "ທ້ອນ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ສັນ​ກັນ​ກ່ຽວ​ກັບ​ເສັ້ນທາງ​ສາຍ​ໄໝ,ຮ່ວມກັນ​ສ້າງ​ແຜນ​ວາດ​ອະນາຄົດ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ", ຮ່ວມ​ກັນຄົ້ນຄວ້າທັດສະນະ​ຄະຕິ​ໃໝ່​ກ່ຽວ​ກັບ​ການ​​ເຜີຍ​ແຜ່​​ແບບ​ຂ້າມວັດທະນະທຳ, ສ້າງ​ແຜນ​ວາດ​ແຫ່ງ​ການຮ່ວມ​ມື​ແລະ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ໃນ​ອະນາຄົດ, ​ເຊິ່ງ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຢ່າງ​ຫຼວງ​ຫຼາຍ, ​ໄດ້​ຮ່ວມ​ກັນ​ລົງ​ນາມ​ຂໍ້​ລິ​ເລີ່​ມ​ເສັ້ນທາງ​ສາຍ​​ໄໝ.

​ໃນ​ໂອກາດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຫຼາຍ​ທ່ານ​ໄດ້​ຢືນຢັນ​ວ່າ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ, ສະໜອງ​ການຝຶກ​ອົບຮົມ​ດ້ານ​ເຕັກນິກ​ແລະ​ບຸກຄະລາ​ກອນ, ​ສະ​ເໜີ​ຂໍ້​ສະ​ເໜີ​ແລະ​ແຜນ​ງານທີ່ມີລັກສະນະສ້າງສັນຢ່າງເປັນລະບົບເປັນຕົ້ນ ແມ່ນການສ້າງຕັ້ງອົງການຮ່ວມມືດ້ານສື່ມວນຊົນໃນໂອກາດອັນເໝາະສົມແລະອື່ນໆ. ທ່ານຫວາງເກິ່ງນຽນ ຜູ້ອຳນວຍການໃຫຍ່ວິທະຍຸສາ ກົນແຫ່ງປະເທດຈີນຫຼື CRI ທັງ​ເປັນ​ປະທານ​ຂອງ​ກອງ​ປະຊຸມ​ໄດ້​ກ່າວ​ຄຳ​ປາ​ໄສ​ແບບ​ສະຫຼຸບ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.

ກອງ​ປະຊຸມ​ໂຕະມົນ​ຜູ້ນຳ​ສື່​ມວນ​ຊົນ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ, ສະມາຄົມ​ການ​ຕ່າງປະ​ເທດ​ສາທາລະນະ​ຈີນ ​ແລະ​ໄດ້​ຮັບ​ການ​ຊີ້​ນຳ​ແລະ​ສະໜັບສະໜູນ​ຈາກ​ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ