ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ: ພະຍາຍ​າມ​ເດີນ​ຕາມ​ເສັ້ນທາງ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ທີ່​​ຮ່ວມ​ກັນກໍ່ສ້າງ, ຮ່ວມ​ກັນ​ຊົມ​ໃຊ້​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ
2015-03-28 14:52:56  cri 

ວັນ​ທີ 28 ມີນາ​ນີ້ ຢູ່​ທີ່​ເມືອງ​ໂປ​ອາວ ຂອງ​ແຂວງ​ໄຫ​ຫຼຳຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ເດີນ​ໄປ​ສູ່​ປະຊາ​ຄົມຮ່ວມ​ຊະຕາກຳ​ຕ້ອງ​ຍຶດໝັ້ນ​ໃຫ້​ບັນລຸ​ຄວາມ​ມັ້ນຄົງ​​ແບບຮ່ວມ​ກັນ, ສັງ​ລວມ, ມີ​ການ​ຮ່ວມ​ມື​ແລະ​ແບບ​ຍືນຍົງ. ຕ້ອງ​ປະຖິ້ມ​ແນວ​ຄິດ​ສົງຄາມ​ເຢັນ, ປະດິດ​ສ້າງ​ແນວ​ຄິດ​ດ້ານ​ຄວາມ​ໝັ້ນຄົງ, ພະ​ຍາ​ຍາມ​ເດີນ​ຕາມ​ເສັ້ນທາງ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ທີ່​​ຮ່ວມ​ກັນກໍ່ສ້າງ, ຮ່ວມ​ກັນ​ຊົມ​ໃຊ້​​ແລະ​ໄດ້​ຮັບ​ຜົນ​ປະໂຫຍ​ດຮ່ວມ​ກັນ.

​ເວລາ​ກ່າວ​ປາ​ຖະກະຖາ​ໃນ​​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ 2015 ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໃນ​ວັນ​ທີ 28 ມີນາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ, ​ໃນ​ໂລກ​ສູ່​ມື້​ນີ້ ບໍ່​ມີ​ປະ​ເທດ​ໃດ​ສາມາດ​ບັນລຸ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ​ໂດຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ປອດ​ໄພ​ຂອງ​ໂລກ, ​ແລະ​ກໍບໍ່​ມີ​ຄວາມ​ປອດ​ໄພ​ທີ່​ສ້າງ​ຂຶ້ນ​ບົນ​ພື້ນຖານຄວາມ​ບໍ່​ປອດ​ໄພ​ຂອງ​ປະ​ເທດ​ອື່ນໆ​ໃນ​ໂລກ.

ທ່ານ​ກ່າວ​ວ່າ, ຕ້ອງ​ຜ່ານ​ການ​ເຈລະຈາ​ແລະ​ຮ່ວມ​ມື​ກັນ​ຊຸກຍູ້​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຕ່າງໆ​ແລະ​ພາກ​ພື້ນ​ແຫ່ງ​ນີ້, ສະ​ແຫວ​ງຫາ​ສັນຕິພາບ​​ແລະ​ຊຸກຍູ້​ຄວາມ​ໝັ້ນຄົງ​ດ້ວຍ​ການ​ຮ່ວມ​ມື, ຍຶດໝັ້ນ​ໃຫ້​ແກ້​ໄຂ​ຄວາມ​ຂັດ​​ແຍ່ງ​ກັນ​ດ້ວຍ​ສັນຕິ​ວິທີ, ຄັດຄ້ານ​ການ​ນຳ​ໃຊ້​ກຳລັງ​ອາວຸດ​ຫຼື​ຂົ່ມຂູ່​ດ້ວຍ​ກຳລັງ​ອາວຸດ. ຕ້ອງ​ຍຶດໝັ້ນ​ຖື​ການ​ພັດທະນາ​ກັບ​ຄວາມ​ໝັ້ນຄົງ​ໄວ້​ຢູ່​ໃນ​ຖານະ​ສຳຄັນ​ເຊັ່ນ​ກັນ, ຊຸກຍູ້​ຄວາມ​ໝັ້ນຄົງ​ແບບ​ຍືນ​ຍົງ​ດ້ວຍ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ກັນ. ປະ​ເທດ​ອາຊີ​ຕ້ອງ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ຢູ່​​ເຂດ​ແຄວ້ນ​ອື່ນໆ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ຕ່າງໆ, ຍິນ​ດີ​ຕ້ອນ​ຮັບ​ບັນດາ​ຝ່າຍ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເຂົ້າ​ໃນ​ການ​ພັດທະນາ​ແລະ​ຄວາມ​ໝັ້ນຄົງ​ຂອງ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ