ຈີນ​ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2015-04-30 16:42:29  cri 

ວັນ​ທີ 30 ​ເມສາ​ນີ້, ທ່ານ​ນາງ​ປູ້ຈ້ຽນ​ໂກວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ຖາ​ບັນ​ການ​ປົກຄອງ​ລາຊະ​ສຳນັກ​ກຳປູ​ເຈຍ.

ຕາມ​ຂ່າວ CRI ລາຍ​ງານ​ວ່າ: ວັນ​ທີ 30 ​ເມສາ​ນີ້, ທ່ານ​ນາງ​ປູ້​ຈ້ຽນ​ໂກວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ຢືນຢັນ​ວ່າ ຈີນ​ໃຫ້​ຄວາມ​ສຳຄັນ​​ແກ່​ການ​ຮ່ວມ​ມື​ກັບ​ກຳປູ​ເຈຍ​ພາຍ​ໃຕ້​ຂອບ​​ແລວ​ທາງ​ເສດຖະກິດ​ເສັ້ນທາງສາຍ​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ຫຼື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ຊຸກຍູ້​ການກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ທ່ານ​ນາງ​ປູ້ຈ້ຽນ​ໂກວກ່າວ​ວ່າ, ​ໃນ​ໄລຍະດົນນານ​ມານີ້, ສອງ​ປະ​ເທດ​ຈີນ-ກຳປູ​ເຈ​ຍ​ໄດ້ມີ​ຄວາມ​ເຂົ້າ​ໃຈ​ກັນ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສະໜັບ ສະໜູນ​ເຊິ່ງກັນ​ແລະ​ກັນ, ​ເຊິ່ງ​ເປັນ​ເພື່ອນ​ບ້ານ​ທີ່​ດີ​ຢ່າງ​ແທ້​ຈິງ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ລົງທຶນ​ຢູ່ກຳ​ປູ​ເຈຍ​ຫຼາຍ​ທີ່​ສຸດ, ຕາມ​ສະຖິຕິ​ທາງ​ການ​ຂອງ​ກຳປູ​ເຈຍ, ມູນ​ຄ່າ​ການ​ລົງທຶນຂອງ​ຈີນ​ຢູ່ກຳ​ປູ​ເຈຍ​ຕາມ​ສັນຍາມີຫຼາຍ​ກວ່າ 10 ຕື້​ໂດ​ລາ​ສະຫະລັດ. ການ​ຮ່ວມ​ມື​ຈີນ-ກຳປູ​ເຈ​ຍມີ​ພື້ນຖານ​ອັນ​ໜັກ​ແໜ້ນ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ຈະ​ອຳນວຍ​ໂອກາດ​ໃໝ່​ແລະສ້າງ​ເວທີ​ໃໝ່​ໃຫ້​ແກ່​ຈີນ-ກຳປູ​ເຈຍ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ