ກອງ​ກຽດຕິຍົດ​ແລະ​ຄະນະ​ຮ້ອງ​ເພງ​ລວມໝູ່ຈຳນວນ​ພັນ​ຄົນ​ຊ່ວຍ​ສ້າງ​ບັນຍາກາດ​ໃຫ້​ແກ່​ການ​ສວນສະໜາມ​ຢ່າງຄຶກຄື້ນ​
2015-09-03 11:02:04  cri 
ເວລາ9​ໂມງ​ຂອງ​ວັນ​ທີ3ກັນຍາ​ນີ້ຕາມ​ເວລາ​ວຽງ​ຈັນ,​ພິທີ​ລະນຶກ​​ໄຊຊະນະສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ຄົບຮອບ70ປີ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ​ທຽນ​ອານ​ເມີນ​ແຫ່ງນະຄອນຫຼວງ​ປັກ​ກິ່ງ.


ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ພ້ອມ​ທ່ານ​ນາງ​ເຜີ​ງລີ້​ຢວນ, ພັນ​ລະ​ຍາ​ຂອງ​ທ່ານ​​ໄດ້​ຕ້ອນຮັບ​ຫົວໜ້າ​ຄະນະ​ຜູ້​ແທນ​ຕ່າງປະ​ເທດ​ພ້ອມດ້ວຍຄອບຄົວທີ່​ມາ​ເຂົ້າ​ຮ່ວມ​ພິທີ​, ຫຼັງ​ຈາກ​ນັ້ນ, ນາຍ​ແລະ​ພົນ​ທະຫານຈຳນວນ​ພັນ​ຄົນ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ຮ້ອງ​ເພງ​ອະມະ​ຕະ​ໃນ​ໄລຍະ​ສົງຄາມ​ປະຕິວັດທີ່​ມີ​ສີສັນ​ແຫ່ງຍຸກ​ສະ​ໄໝ, ​ເຊັ່ນ, "​ເພງ​ປະຈຳ​ໂຮງຮຽນ​ການ​ທະຫານ​ແລະ​ການ​ເມືອງ​ຕໍ່ຕ້ານ​ຍີ່ປຸ່ນ" "ປ້ອງ​ກັນ​ແມ່​ນ້ຳ​ເຫຼືອງ" "ຢູ່​ເທິງພູ​ໄທ້​ຮາງ" "ກອງ​ທັບ​ປະຊາຊົນ​ຈົງ​ຮັກ​ພັກດີ​ຕໍ່​ພັກ" ​ແລະ​ອື່ນໆ​ລວມປະມານ30​ເພງ. ​ໃນທະຫານ​ພັນ​ຄົນ​ນີ້,​ຮວມມີທັງພະນັກງານຫຼັກແຫຼ່ງ​ໃນ​ທີ​ມງານ​ວິຊາ​ການ, ແລະ​ມີ​ນັກຮົບ​ຈາກ​ກອງ​ທະຫານ​ຮາກ​ຖານ.


ທ່ານອີ​ໄຫ, ຫົວໜ້າ​ຄະນະ​ສວນສະໜາມ​ກ່າວ​ວ່າ,​ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ​ແຫ່ງການ​ສວນສະໜາມ​ຂອງ​ຈີນ,ເຊິ່ງ​ປະຈຸ​ບັນ​ໃນ​ໂລກ​ນີ້​ກໍ່​ບໍ່​ເຄີຍ​ມີ​ປະ​ເທດ​​ໃດ​ທີ່​ເຄີຍ​ຈັດ​ຕັ້ງ​​ຮ້ອງ​ເພງ​ລວມໝູ່ໂດຍທະຫານເພດຊາຍຫຼາຍເທົ່ານີ້​​ໃນ​ເວລາ​ເດີນ​ສວນສະໜາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ