​ໂຄສົກປະທານາທິບໍດີ​ມຽນມາກ່າວ​ວ່າ: ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​ໃນ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ
2015-09-03 15:08:52  cri 


ຕາມ​ຂ່າວCRI:ວັນ​ທີ 2 ກັນຍາ​ນີ້, ທ່ານ​ເຢ ທຸດ, ​ໂຄສົກ​ປະທານາທິບໍດີ​ມຽນມາ​ກ່າ​ວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ທີ່ນະຄອນຫຼວງ​ປັກ​ກິ່​ງວ່າ, ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​ໃນ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ແລະກໍ່​ແມ່ນ​ເຫດຜົນ​ທີ່​ທ່ານ​ເທັນ ​ເຊັນ, ປະທານາທິບໍດີ​ມຽນມາ​ໄດ້​ເດີນທາງ​ມາ​ທີ່ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກິດຈະກຳ​ລະ​ລຶກ​ໄຊຊະນະສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນ​​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກຄົບຮອບ 70 ປີ.

ທ່ານ​ເຢ ທຸດ​ກ່າວ​ວ່າ, ​ເມື່ອຫວນ​ຄືນ​ເຖິງ​ປະຫວັດສາດ​ຂອງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ, ພວກ​ເຮົາ​ສາມາດ​ສັງ​ເກດ​ເຫັນ​ວ່າ, ​​ເປັນ​ເວລາ 10 ຄື​ແຕ່​ປີ 1931 ຫາ​ປີ 1941 ທີ່​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົງຄາມ, ມີພຽງ​ແຕ່​​ຈີນ​ປະ​ເທດ​ດຽວ​ຂອງ​ທະວີບອາຊີ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ. ​ໃນ​ສົງຄາມ​ຄັ້ງ​ນັ້ນ, ປະຊາຊົນ​ຈີນຈຳນວນ 30 ລ້ານ​ກວ່າ​ຄົນ​ໄດ້​ເສຍ​ຊີວິດ. ທ່ານ​ກ່າວຕື່ມ​ວ່າ, ຖ້າວ່າ​ຈີນ​ບໍ່​ມີ​ການ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ພາຍຫຼັງປີ 1931, ຖ້າວ່າ​ຈີນຍອມ​ຈຳ​ນົນ, ຜົນສຳ​ເລັດ​ຂອງສົງຄາມ​ໂລກ​ຄັ້ງ​ທີສອງກໍຈະ​ມີ​ການຜັນ​ປ່ຽນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ